ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX

ໂດຍ Mahaxan
· 5 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ໄຂກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງ ຫວຽດນາມ, ​ວັນ​ທີ 15 ພະ​ຈິກ, ຢູ່​ນະ​ຄອນຫລວງ ພະ​ນົນ​ເປັນ, ກຳ​ປູ​ເຈຍ, ທ່ານ ໂຕ​ເລິມ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມເຂົ້າ​ຮ່ວມ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂຟໂກນີ ຄັ້ງ​ທີ XX ດ້ວຍ​ຫົວ​ຂໍ້ “ລົງ​ທຶນ​ຄືນ​ໃໝ່​ ໃຫ້​ແກ່​ ສັນ​ຕິ​ພາບເພື່ອ​ການ​ວັດ​ທະ​ນາ​ຖາ​ວອນ​ລວມ ແລະ ສະ​ຖຽນ​ລະ​ພາບ​ ແບບ​ຍືນ​ຍົງ.ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ ​ຂອງ​ການ​ນຳ​ຕາງ​ໜ້າເກືອບ 90 ປະ​ເທດ, ໃນ​ນັ້ນ​ມີ 25 ປະ​ມຸກ ແລະ ຜູ້​ນຳ​ໜ້າ​ ລັດ​ຖະ​ບານ, ພ້ອມ​ກັບ ​ຜູ້​ຕາງ​ໜ້າ ​ບັນ​ດາສຳນັກຝ​ລັ່ງ​ໂກ​ໂຟ​ນີ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ. ກ່າວ​ຄຳ​ເຫັນ​ ໄຂ​ກອ​ງ​ປະ​ຊຸມ, ທ່ານລຸຍສ ມູຊິກິວາໂບ(Louise Mushikiwabo)ເລ​ຂາ​ທິ​ການ​ໃຫຍ່​ ຝ​ລັ່ງ​ໂກ​ໂຟ​ນີ ໄດ້ກ່າວເນັ້ນ​ໜັກ​ເຖິງຄວາມ​ໝາຍ ແລະສະ​ຖາ​ນະ​ການ​ການ​ເມືອງ ຂອງ​ຫົວ​ຂໍ້​ກອງ​ປະ​ຊຸມ​ສຸດຍອດ ໃນ​ສະ​ພາບ​ການ​ໂລກ ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວແລະ ສັບ​ສົນ. ທ່ານ ​ເລ​ຂາ​ທິ​ການ​ໃຫຍ່ ຢັ້ງ​ຢືນ​ວ່າ ຝ​ລັ່ງ​ໂກ​ໂຟ​ນີຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ ​ຂອງ​ຕົນ​ໃຫ້​ກວ່າ​ອີກ, ບໍ່​ພຽງ​ແຕ່​ ແມ່ນ​ສະ​ຖານ​ທີ່​ ຮ່ວມ​ກ່ຽວ​ກັບ ​ດ້ານ​ພາ​ສາ, ວັດ​ທະ​ນະ​ທຳ​ເທົ່າ​ນັ້ນຫາກ​ຍັງ​ ແມ່ນ​ເວ​ທີ​ປາ​ໄສ ​ຊຸກ​ຍູ້​ການ​ໂອ້​ລົມ ​ສົນ​ທະ​ນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເພີ່ມ​ທະ​ວີ​ຄວາມ​ສະ​ມັກ​ຄີ ແລະການ​ຮ່ວມ​ມື ​ລະ​ຫວ່າງ​ ບັນ​ດາ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່