ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາພັກແຂວງຄໍາມ່ວນ ລົງເບິ່ງສະພາບ ມປ ທ່າແຂກ ພ້ອມມອບ 50 ລ້ານກີບ ຊ່ວຍສ້ອມແປງອາຄານຮຽນ

ໂດຍ kaling
· 5 ມື້ ກ່ອນອ່ານ 1 ນາທີ12 ຄັ້ງ
ເລຂາພັກແຂວງຄໍາມ່ວນ ລົງເບິ່ງສະພາບ ມປ ທ່າແຂກ ພ້ອມມອບ 50 ລ້ານກີບ ຊ່ວຍສ້ອມແປງອາຄານຮຽນ
ADadvertisement
ADadvertisement
ADadvertisement

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ລົງຕິດຕາມສະພາບອາຄານຮຽນຂອງໂຮງຮຽນ ມປ ທ່າແຂກ ໃນວັນທີ 16 ພະຈິກ 2026 ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເລຂາພັກແຂວງຄໍາມ່ວນ ລົງເບິ່ງສະພາບ ມປ ທ່າແຂກ ພ້ອມມອບ 50 ລ້ານກີບ ຊ່ວຍສ້ອມແປງອາຄານຮຽນ

ໂຮງຮຽນ ມ ປາຍທ່າແຂກ ຕັ້ງຢູ່ເທສະບານ ເມືອງທ່າແຂກ ມີອາຄານຮຽນ 3 ຫລັງ, ລວມ 20 ຫ້ອງຮຽນ ຊຶ່ງໄດ້ນໍາໃຊ້ມາເປັນເວລາຫລາຍປີ ເຮັດໃຫ້ປັດຈຸບັນມີສະພາບຊຸດໂຊມຫລາຍຈຸດ ເຊັ່ນ: ຫລັງຄາຮົ່ວ ລະບົບໄຟຟ້າ ແລະ ສ່ວນປະກອບອື່ນໆ ທີ່ຈໍາເປັນຕ້ອງສ້ອມແປງ.
ໂອກາດນີ້, ທ່ານເລຂາພັກແຂວງຄໍາມ່ວນ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງສໍາຫລວດ ແລະ ປະເມີນມູນຄ່າການສ້ອມແປງຢ່າງລະອຽດ ໂດຍສະເພາະ ອາຄານຮຽນຫລັງທີ່ຕ້ອງການສ້ອມແປງກ່ອນ ເພື່ອສະເໜີລະດົມທຶນມາບູລະນະປັບປຸງໃຫ້ມີສະພາບດີຂຶ້ນ. ພ້ອມທັງເນັ້ນໃຫ້ປັບປຸງພູມສັນຖານ ແລະ ສິ່ງແວດລ້ອມໂຮງຮຽນໃຫ້ສະອາດສວຍງາມ.

ເລຂາພັກແຂວງຄໍາມ່ວນ ລົງເບິ່ງສະພາບ ມປ ທ່າແຂກ ພ້ອມມອບ 50 ລ້ານກີບ ຊ່ວຍສ້ອມແປງອາຄານຮຽນ · ຮູບທີ 2

ພ້ອມນີ້, ຕາງໜ້າແຂວງຄໍາມ່ວນ ຍັງໄດ້ມອບເງິນ 50 ລ້ານກີບ ໃຫ້ແກ່ໂຮງຮຽນ ເພື່ອເປັນທຶນປະກອບສ່ວນໃນການບູລະນະສ້ອມແປງ, ທັງນີ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຫ່ວງໃຍຂອງການນໍາແຂວງຕໍ່ວຽກງານສຶກສາ ໂດຍມຸ່ງໝັ້ນປັບປຸງສະພາບແວດລ້ອມການຮຽນຮູ້ ໃຫ້ມີຄວາມໝັ້ນຄົງ ແລະ ເອື້ອອໍານວຍຕໍ່ການສິດສອນ ແລະ ການຮຽນຂອງຄູ-ນັກຮຽນ.

ເລຂາພັກແຂວງຄໍາມ່ວນ ລົງເບິ່ງສະພາບ ມປ ທ່າແຂກ ພ້ອມມອບ 50 ລ້ານກີບ ຊ່ວຍສ້ອມແປງອາຄານຮຽນ · ຮູບທີ 3

ຂ່າວ: ມະນີວັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່