
ເຫດເກີດທີ່ອິນເດຍ! ເຈົ້າໜ້າທີ່ປ່າໄມ້ຂັບລົດຈັກໄລ່ໂຕສິງໂຕ ເປັນກະແສວິຈານໃນໂລກອອນລາຍ ຖືກສັ່ງພົ້ນໜ້າທີ່ທັງ 3 ຄົນ

ທີ່ປະເທດອິນເດຍ: ວັນທີ 16 ພະຈິກ 2026 ສຳນັກຂ່າວອິນເດຍລາຍງານເຫດການທີ່ກຳລັງເປັນກະແສວິຈານໃນໂລກອອນລາຍ ຫຼັງມີຄລິບວິດີໂອເຜີຍແຜ່ໃຫ້ເຫັນວ່າເຈົ້າໜ້າທີ່ປ່າໄມ້ກຳລັງຂີ່ລົດຈັກໄລ່ຕ້ອນສິງໂຕອາຊີເພດຜູ້ ຊື່ວ່າ “ຊິມບາ” ພາຍໃນສວນຊາຟາຣີອຳບາຣີ ລັດຄຸຊຣາດ ປະເທດອິນເດຍ.

ຕາມຄຳຊີ້ແຈງຂອງເຈົ້າໜ້າທີ່ ລະບຸວ່າ ສິງໂຕຊິມບາໄດ້ເດີນອອກນອກເຂດທີ່ກຳນົດ ແລະກຳລັງຈະເຂົ້າໄປໃນອານາເຂດຂອງສິງໂຕເພດຜູ້ອີກຕົວໜຶ່ງ. ເຈົ້າໜ້າທີ່ຈຶ່ງຕ້ອງຮີບສະກັດແລະປ່ຽນທິດທາງການເຄື່ອນທີ່ຂອງມັນ ເພື່ອປ້ອງກັນການປະທະກັນ ທີ່ອາດສົ່ງຜົນໃຫ້ສິງໂຕບາດເຈັບ ຫຼືເສຍຊີວິດ.
ຢ່າງໃດກໍຕາມ ຄລິບດັ່ງກ່າວໄດ້ກໍ່ໃຫ້ເກີດກະແສວິຈານຢ່າງກວ້າງຂວາງ ໂດຍຫຼາຍຄົນຕັ້ງຄຳຖາມເຖິງຄວາມເໝາະສົມຂອງວິທີການປະຕິບັດງານ ແລະຄວາມປອດໄພຂອງສັດປ່າ ເນື່ອງຈາກປົກກະຕິເຈົ້າໜ້າທີ່ຈະໃຊ້ລົດຈິບໃນການຕ້ອນສິງໂຕ ແຕ່ເຫດການນີ້ກັບໃຊ້ລົດຈັກແທນ.
ດ້ານກົມປ່າໄມ້ໄດ້ອອກມາຢືນຢັນວ່າ ການກະທຳດັ່ງກ່າວມີເປົ້າໝາຍພຽງເພື່ອນຳສິງໂຕກັບຄືນສູ່ເຂດທີ່ກຳນົດ ບໍ່ໄດ້ມີເຈດຕະນາທຳຮ້າຍ ຫຼືກັ່ນແກ້ງສັດປ່າແຕ່ຢ່າງໃດ.


ລ່າສຸດ ກົມປ່າໄມ້ໄດ້ສັ່ງສອບສວນເຫດການ ແລະມີຄຳສັ່ງໃຫ້ເຈົ້າໜ້າທີ່ສັນຍາຈ້າງ 3 ຄົນພົ້ນຈາກໜ້າທີ່ ຫຼັງຄລິບວິດີໂອແຜ່ກະຈາຍໄປທົ່ວສື່ສັງຄົມ.

ສ່ວນຂໍ້ກ່າວອ້າງທີ່ວ່າ ເຈົ້າໜ້າທີ່ກຳລັງປົກປ້ອງລູກສິງໂຕນັ້ນ ຍັງບໍ່ມີການຢືນຢັນໂດຍກົງຈາກທາງການ ໂດຍຄຳຊີ້ແຈງທີ່ມີຢູ່ລະບຸພຽງວ່າ ເປັນການປ້ອງກັນບໍ່ໃຫ້ສິງໂຕເພດຜູ້ທັງສອງຕົວເຂົ້າປະທະກັນ.
ທີ່ມາ: ສື່ມວນຊົນອິນເດຍ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






