ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 22:08ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອາຊຽນ ກຽມຮັບມືກັບສະພາບພູມອາກາດ ທີ່ເພີ່ມທະວີ ຄວາມຮຸນແຮງ

ໂດຍ Mahaxan
· 1 ອາທິດ ກ່ອນອ່ານ 1 ນາທີ2 ຄັ້ງ
ອາຊຽນ ກຽມຮັບມືກັບສະພາບພູມອາກາດ ທີ່ເພີ່ມທະວີ ຄວາມຮຸນແຮງ
ADadvertisement
ADadvertisement
ADadvertisement
ອາຊຽນ ກຽມຮັບມືກັບສະພາບພູມອາກາດ ທີ່ເພີ່ມທະວີ ຄວາມຮຸນແຮງ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້, ບົດລາຍງານ ພະຍາກອນ ອາກາດ ສະບັບຫລ້າສຸດຈາກສູນຊ່ຽວຊານ ດ້ານອຸຕຸນິຍົມ ວິທະຍາ ແຫ່ງ ອາຊຽນ (ASMC) ຄາດການວ່າ ອາຊີຕາເວັນອອກສ່ຽງໃຕ້ ຈະປະສົບກັບ ສະພາບ ອາກາດຮ້ອນ ແລະ ແຫ້ງແລ້ງຂຶ້ນ ໃນອີກສອງສາມເດືອນ ຂ້າງໜ້າ ພ້ອມດ້ວຍ ຄວາມສ່ຽງ ທີ່ຈະເກີດໄຟ  ໄໝ້ປ່າ ແລະ  ໝອກຄວັນ ຂ້າມແດນ ທີ່ເພີ່ມຂຶ້ນ ຫລັງຈາກ ປະກົດການ ເອລນີໂຢ ເພີ່ມທະວີ ຄວາມຮຸນແຮງ ຈົນເຮັດໃຫ້ປະລິມານ ນໍ້າຝົນຫລຸດລົງ.

ສູນດັ່ງກ່າວ ລະບຸວ່າ ສະພາວະ ເອລນີໂຢ ມີທ່າອ່ຽງ ສົ່ງຜົນໃຫ້ ພື້ນທີ່ ສ່ວນໃຫຍ່ ຂອງ ເຂດອາຊຽນ ຕອນໃຕ້ມີປະລິມານ ນ້ຳຝົນ ຕ່ຳກວ່າ ປົກກະຕິ ໃນໄລຍະ ເດືອນສິງຫາ-ເດືອນຕຸລາ. ປັດຈຸບັນ, ປະກົດການ ເອລນີໂຢ ໄດ້ກໍ່ຕົວຂຶ້ນແລ້ວ ໂດຍຄາດວ່າ ຈະເພີ່ມທະວີ ຄວາມຮຸນແຮງຂຶ້ນ ໃນຕໍ່ໜ້າ ເຊິ່ງມໍລະສຸມ ຕາເວັນຕົກສ່ຽງໃຕ້ ຈະຍັງສືບຕໍ່ ໃນໄລຍະເດືອນສິງຫາ-ເດືອນຕຸລາ ໃນຂະນະທີ່ ລົມປະຈຳປີ (prevailing wind) ຈະພັດມາຈາກ ທິດາຕາເວັນອອກສ່ຽງໃຕ້ ຫລື ທິດາຕາເວັນຕົກສ່ຽງໃຕ້ ເປັນສ່ວນໃຫຍ່.

ນອກຈາກນີ້, ເຂດອາຊຽນຕອນໃຕ້ ມີທ່າອ່ຽງ ປະສົບກັບ ສະພາບອາກາດ ແຫ້ງແລ້ງຕໍ່ເນື່ອງ ເນື່ອງຈາກ ຝົນມໍລະສຸມ ຍັງຄົງຢູ່ ທາງຕອນເໜືອ ຂອງ ເສັ້ນສູນສູດ ແລະ ຄາດວ່າພື້ນ ທີ່ ອາຊຽນ ຕອນເໜືອ ຈະມີສະພາບ ອາກາດຊຸ່ມຊື່ນ ແລະ ມີຝົນຕົກຫລາຍກວ່າ./

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່