ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອີຕາລີ ປັບໃໝ Meta ເຖິງ 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ໂດຍ Jenjila
· 5 ມື້ ກ່ອນອ່ານ 1 ນາທີ7 ຄັ້ງ
ອີຕາລີ ປັບໃໝ Meta ເຖິງ 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ
ADadvertisement
ADadvertisement
ADadvertisement

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ 2026 ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.

ອີຕາລີ ປັບໃໝ Meta ເຖິງ 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ໜ່ວຍງານດັ່ງກ່າວລະບຸວ່າ: Meta Platforms ໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຜ່ານຟັງຊັນການໃຊ້ງານໜຶ່ງໃນແອັບ Facebook ທີ່ແນະນຳເນື້ອໃນຈາກຄັງຮູບພາບສ່ວນຕົວຂອງຜູ້ໃຊ້ເພື່ອນຳໄປໂພສໃນແພລດຟອມ ຊຶ່ງເລີ່ມດຳເນີນງານໃນປີ 2023, ພ້ອມທັງຮຽກຮ້ອງໃຫ້ບໍລິສັດປິດການໃຊ້ງານຟັງຊັນດັ່ງກ່າວໄວ້ເປັນຄ່າເລີ່ມຕົ້ນພາຍໃນ 60 ມື້ ແລະ ຕ້ອງໄດ້ຮັບການຍິນຍອມຈາກຜູ້ໃຊ້ແຍກຕ່າງຫາກກ່ອນທີ່ຈະເປີດໃຊ້.

ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີ ລະບຸວ່າ: ການເຂົ້າເຖິງຂໍ້ມູນດັ່ງກ່າວເຂົ້າຂ່າຍລະເມີດມາດຕາ 122 ຂອງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນຂອງອີຕາລີ ທີ່ກຳນົດໃຫ້ມີການຍິນຍອມຢ່າງຊັດເຈນຈາກເຈົ້າຂອງກ່ອນທີ່ຈະເຂົ້າເຖິງຂໍ້ມູນໃນໂທລະສັບມືຖື, ຫຼັງຈາກໄດ້ໃຫ້ລາຍລະອຽດໃຫ້ຊາບຄົບຖ້ວນແລ້ວ.

ການສືບສວນໄດ້ເລີ່ມຕົ້ນໃນເດືອນກໍລະກົດ 2025, ຫຼັງຈາກໜ່ວຍງານດັ່ງກ່າວໄດ້ກວດສອບຂໍ້ມູນດ້ານວິຊາການຕາມການຮ້ອງຮຽນຈາກສູນປົກປ້ອງຜູ້ບໍລິໂພກ ແລະ ຜູ້ໃຊ້ ແຫ່ງ Bolzano.

ການປັບໃໝດັ່ງກ່າວຄິດເປັນປະມານ 0.47% ຂອງລາຍຮັບທົ່ວໂລກທັງໝົດຂອງ Meta.

ທີ່ມາ: ອົງການຄຸ້ມຄອງຂໍ້ມູນສ່ວນບຸກຄົນອີຕາລີ garanteprivacy

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່