
ການຄ້າ ກຳປູເຈຍ-ອາຊຽນ ຈະເລີນເຕີບໂຕຫລາຍກວ່າ 20%
ໂດຍ Mahaxan
· 1 ອາທິດ ກ່ອນອ່ານ 1 ນາທີ3 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 1:29


ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການຄ້າ ຂອງ ກຳປູເຈຍ ລາຍງານວ່າ: ມູນຄ່າການຄ້າ ລະຫວ່າງ ກຳປູເຈຍ ກັບ ປະເທດສະມາຊິກ ອາຊຽນ ໃນໄລຍະເດືອນມັງກອນ-ກໍລະກົດ ປີ 2026 ລວມມີ1,16 ໝື່ນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 20,7%ເມື່ອທຽບໃສ່ປີຕໍ່ປີ.
ໂດຍການ ສົ່ງອອກ ຂອງ ກຳປູເຈຍ ໄປສູ່ ອາຊຽນ ໃນໄລຍະ 7 ເດືອນຂອງປີນີ້ ລວມມີ 3,54 ຕື້ໂດລາສະຫະລັດ, ກວມເອົາ 0,14%ເມື່ອທຽບໃສ່ປີຕໍ່ປີ, ສ່ວນການນຳເຂົ້າ ຈຳນວນ 8,14 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 32,6%. ໃນຂະນະດຽວກັນ, ການຄ້າ ລະດັບ ພາກພື້ນ ກວມເອົາ 25,6%ຂອງ ປະລິມານ ການຄ້າ ທົ່ວໂລກ ທັງໝົດ ຂອງ ກຳປູເຈຍ ລວມມີ 4,54 ໝື່ນລ້ານ ໂດລາ ສະຫະລັດ ໃນໄລຍະ 7 ເດືອນທີ່ຜ່ານມາ. ໂດຍຄູ່ຄ້າ ລະດັບພາກພື້ນ 5 ອັນດັບທຳອິດ ຂອງ ກຳປູເຈຍ ໄດ້ແກ່: ຫວຽດນາມ, ສິງກະໂປ, ໄທ, ມາເລເຊຍ ແລະ ອິນໂດເນເຊຍ.
ນອກຈາກນັ້ນ, ສິນຄ້າ ສົ່ງອອກຫລັກ ຂອງ ກຳປູເຈຍ ປະກອບມີ: ເຄື່ອງນຸ່ງຫົ່ມ ແລະ ເກີບ; ສິນຄ້າສຳລັບການເດີນທາງ; ແຜງໂຊລ່າເຊວ (Solar Cell); ຢາງລົດຍົນ; ອຸປະກອນ ເອເລັກໂຕຣນິກ; ສິນຄ້າ ກະສິກຳເຊັ່ນ: ເຂົ້າສານ, ເມັດໝາກມ່ວງຫິມະພານ, ຢາງພາລາ, ມັນຕົ້ນ, ຖົ່ວລຽນ ແລະ ກ້ວຍ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/26818
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່













