ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

SOS ລາວ ມອບເຂົ້າສານ 57 ໂຕນ ມູນຄ່າກວ່າ 1,322 ລ້ານກີບ ຊ່ວຍເຫຼືອ 516 ຄອບຄົວ ທີ່ປະສົບໄພທຳມະຊາດ ຢູ່ເມືອງໄຊບູລີ

ໂດຍ Jenjila
· 5 ມື້ ກ່ອນອ່ານ 1 ນາທີ13 ຄັ້ງ
SOS ລາວ ມອບເຂົ້າສານ 57 ໂຕນ ມູນຄ່າກວ່າ 1,322 ລ້ານກີບ ຊ່ວຍເຫຼືອ 516 ຄອບຄົວ ທີ່ປະສົບໄພທຳມະຊາດ ຢູ່ເມືອງໄຊບູລີ
ADadvertisement
ADadvertisement
ADadvertisement

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ

SOS ລາວ ມອບເຂົ້າສານ 57 ໂຕນ ມູນຄ່າກວ່າ 1,322 ລ້ານກີບ ຊ່ວຍເຫຼືອ 516 ຄອບຄົວ ທີ່ປະສົບໄພທຳມະຊາດ ຢູ່ເມືອງໄຊບູລີ

ພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ພະຈິກຜ່ານມາທີ່ ບ້ານຊຽງໄຄເມືອງໄຊບູລີ ແຂວງສະຫັວນນະເຂດ, ກ່າວມອບໂດຍ ທ່ານ.ສິນນະສອນ ນະດອນໄຮ່ຜູ້ອໍານວຍການໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ, ກ່າວຮັບໂດຍທ່ານ.ວັນໄຊ ສີປັດໃຈຮອງປະທານປົກຄອງເມືອງໄຊບູລີ, ໂດຍມີຜູ້ຕາງໜ້າຈາກ ກົມສັງຄົມສົງເຄາະກະຊວງແຮງງານແລະສະຫວັດດີການສັງຄົມ,ພະແນກ ຮສສ ແຂວງແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

SOS ລາວ ມອບເຂົ້າສານ 57 ໂຕນ ມູນຄ່າກວ່າ 1,322 ລ້ານກີບ ຊ່ວຍເຫຼືອ 516 ຄອບຄົວ ທີ່ປະສົບໄພທຳມະຊາດ ຢູ່ເມືອງໄຊບູລີ · ຮູບທີ 2

ການຊ່ວຍເຫຼືອໃນຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກອົງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສາກົນ ໂດຍຜ່ານໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ.
ທ່ານ ວັນໄຊ ສີປັດໃຈໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ມາຍັງອຳນວຍການ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ ເພື່ອຟື້ນຟູຊີວິດການເປັນຂອງປະຊາຊົນໃຫ້ດີຂຶ້ນ.

SOS ລາວ ມອບເຂົ້າສານ 57 ໂຕນ ມູນຄ່າກວ່າ 1,322 ລ້ານກີບ ຊ່ວຍເຫຼືອ 516 ຄອບຄົວ ທີ່ປະສົບໄພທຳມະຊາດ ຢູ່ເມືອງໄຊບູລີ · ຮູບທີ 3

ຂ່າວ: ເມືອງໄຊບູລີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່