ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປາກົດການ ການອົບພະຍົບປູແດງປະຈຳປີ ທີ່ປະເທດອົດສະຕຣາລີ ປູແດງນັບລ້ານໂຕ ບຸກຍຶດຖະໜົນທົ່ວເກາະຄຣິສມາສ

ໂດຍ Jenjila
· 5 ມື້ ກ່ອນອ່ານ 2 ນາທີ8 ຄັ້ງ
ປາກົດການ ການອົບພະຍົບປູແດງປະຈຳປີ ທີ່ປະເທດອົດສະຕຣາລີ ປູແດງນັບລ້ານໂຕ ບຸກຍຶດຖະໜົນທົ່ວເກາະຄຣິສມາສ
ADadvertisement
ADadvertisement
ADadvertisement

ປູແດງນັບລ້ານໂຕພາກັນເຄື່ອນຍ້າຍອອກຈາກປ່າດົງດິບມຸ່ງໜ້າສູ່ຊາຍຝັ່ງທະເລ ເຮັດໃຫ້ຖະໜົນຫຼາຍສາຍເທິງເກາະຄຣິສມາສ ປະເທດອົດສະຕຣາລີ ເຕັມໄປດ້ວຍປູສີແດງທີ່ພາກັນເດີນຂ້າມຖະໜົນ ແລະ ຂົວສະເພາະສຳລັບປູ ໃນຊ່ວງການອົບພະຍົບປະຈຳປີ.

ປາກົດການ ການອົບພະຍົບປູແດງປະຈຳປີ ທີ່ປະເທດອົດສະຕຣາລີ ປູແດງນັບລ້ານໂຕ ບຸກຍຶດຖະໜົນທົ່ວເກາະຄຣິສມາສ

ເກາະຄຣິສມາສ, ອົດສະຕຣາລີ – 16 ພະຈິກ 2026

ລາຍງານຂອງສຳນັກຂ່າວຕ່າງປະເທດ Euronews ໃນວັນທີ 16 ພະຈິກ 2026 ລະບຸວ່າ ປູແດງໄດ້ເລີ່ມອົບພະຍົບໃນວັນທີ 14 ແລະ 15 ພະຈິກ ຫຼັງຈາກມີຝົນຕົກໜັກໃນຊ່ວງເລີ່ມລະດູຝົນ ໂດຍປູຈະເຄື່ອນຍ້າຍຈາກປ່າໄປຫາທະເລເພື່ອປະສົມພັນ ແລະ ວາງໄຂ່.

ເພື່ອຫຼຸດຜ່ອນການສູນເສຍປູຈາກການຖືກລົດຢຽບ ເຈົ້າໜ້າທີ່ອຸທິຍານແຫ່ງຊາດເກາະຄຣິສມາສ ໄດ້ຈັດມາດຕະການຄວບຄຸມການຈະລາຈອນ ປິດຖະໜົນບາງສາຍເປັນການຊົ່ວຄາວ ພ້ອມທັງຕິດຕັ້ງຮົ້ວນຳທາງ ແລະ ສ້າງຂົວຂ້າມຖະໜົນສະເພາະສຳລັບປູ ເພື່ອໃຫ້ສັດເຫຼົ່ານີ້ສາມາດເດີນທາງໄດ້ຢ່າງປອດໄພ.

ປາກົດການ ການອົບພະຍົບປູແດງປະຈຳປີ ທີ່ປະເທດອົດສະຕຣາລີ ປູແດງນັບລ້ານໂຕ ບຸກຍຶດຖະໜົນທົ່ວເກາະຄຣິສມາສ · ຮູບທີ 2

ເກາະຄຣິສມາສ, ອົດສະຕຣາລີ – 16 ພະຈິກ 2026

ຕາມຂໍ້ມູນຂອງ Parks Australia ການອົບພະຍົບຂອງປູແດງເປັນປະກົດການທຳມະຊາດທີ່ເກີດຂຶ້ນທຸກປີ ໂດຍມັກເລີ່ມຕົ້ນຫຼັງຝົນທຳອິດຂອງລະດູຝົນ ເຊິ່ງການເຄື່ອນຍ້າຍຍັງຂຶ້ນກັບວົງຈອນຂອງດວງຈັນ ແລະ ລະດັບນ້ຳທະເລ.

ປະກົດການດັ່ງກ່າວນອກຈາກຈະສ້າງພາບທີ່ໜ້າຕື່ນຕາຕື່ນໃຈແກ່ນັກທ່ອງທ່ຽວແລ້ວ ຍັງສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການອະນຸລັກສັດປ່າ ແລະ ການຈັດການສິ່ງແວດລ້ອມ ເພື່ອໃຫ້ມະນຸດ ແລະ ສັດປ່າສາມາດຢູ່ຮ່ວມກັນໄດ້ຢ່າງສົມດຸນ.

ປາກົດການ ການອົບພະຍົບປູແດງປະຈຳປີ ທີ່ປະເທດອົດສະຕຣາລີ ປູແດງນັບລ້ານໂຕ ບຸກຍຶດຖະໜົນທົ່ວເກາະຄຣິສມາສ · ຮູບທີ 3

ເກາະຄຣິສມາສ, ອົດສະຕຣາລີ – 16 ພະຈິກ 2026

ຕາມຂໍ້ມູນຂອງ Parks Australia ການອົບພະຍົບຂອງປູແດງເປັນປະກົດການທຳມະຊາດທີ່ເກີດຂຶ້ນທຸກປີ ໂດຍມັກເລີ່ມຕົ້ນຫຼັງຝົນທຳອິດຂອງລະດູຝົນ ເຊິ່ງການເຄື່ອນຍ້າຍຍັງຂຶ້ນກັບວົງຈອນຂອງດວງຈັນ ແລະ ລະດັບນ້ຳທະເລ.

ປະກົດການດັ່ງກ່າວນອກຈາກຈະສ້າງພາບທີ່ໜ້າຕື່ນຕາຕື່ນໃຈແກ່ນັກທ່ອງທ່ຽວແລ້ວ ຍັງສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການອະນຸລັກສັດປ່າ ແລະ ການຈັດການສິ່ງແວດລ້ອມ ເພື່ອໃຫ້ມະນຸດ ແລະ ສັດປ່າສາມາດຢູ່ຮ່ວມກັນໄດ້ຢ່າງສົມດຸນ.

ປາກົດການ ການອົບພະຍົບປູແດງປະຈຳປີ ທີ່ປະເທດອົດສະຕຣາລີ ປູແດງນັບລ້ານໂຕ ບຸກຍຶດຖະໜົນທົ່ວເກາະຄຣິສມາສ · ຮູບທີ 4

ເກາະຄຣິສມາສ, ອົດສະຕຣາລີ – 16 ພະຈິກ 2026

ທີ່ມາຂ່າວ: euronews

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່