ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ໄຂຂຶ້ນ ຢູ່ປະເທດຟິລິປິນ

ໂດຍ Mahaxan
· 4 ມື້ ກ່ອນອ່ານ 2 ນາທີ2 ຄັ້ງ
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ໄຂຂຶ້ນ ຢູ່ປະເທດຟິລິປິນ
ADadvertisement
ADadvertisement
ADadvertisement

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ໄຂຂຶ້ນ ຢູ່ປະເທດຟິລິປິນ

ສຳນັກຂ່າວອິນໂຟເຄວສ: ວັນທີ 15 ພະຈິກ, ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງມານິລາ ປະເທດຟິລິປິນ, ໂດຍມີ ຜູ້ນໍາບັນດາປະເທດ ສະມາຊິກ ເພື່ອຈະປຶກສາຫາລື ກ່ຽວກັບບັນຫາສຳຄັນ ບໍ່ວ່າຈະເປັນຄວາມໝັ້ນຄົງ ດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມື ທາງດ້ານເສດຖະກິດ.

ໃນພິທີໄຂກອງປະຊຸມຄັ້ງນີ້  ໄດ້ເປີດຕົວສັນຍາລັກ ອາຊຽນ ທີ່ໄດ້ຮັບການປັບປຸງໃໝ່ ຫລັງຈາກຕີມໍແລັດສະເຕ ເຂົ້າເປັນສະມາຊິກ ຂອງອົງການຈັດຕັ້ງ ລະດັບພາກພື້ນ ຢ່າງເປັນ ທາງການ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ໄຂຂຶ້ນ ຢູ່ປະເທດຟິລິປິນ · ຮູບທີ 2

ຂະນະດຽວກັນ, ປະທານາທິບໍດີ ເຟີດິນານ ມາກອສ ຈູເນຍ (Ferdinand Marcos Jr.) ຂອງ ຟິລິປິນ ໃນຖານະປະທານອາຊຽນ ປີ 2026 ໄດ້ມອບສັນຍາຕົກລົງ ຂອບເສດຖະກິດ ດີຈີຕອນອາຊຽນ (DEFA) ໃຫ້ແກ່ ເກົາ ກິມ ຮວນ (Kao Kim Hourn) ເລຂາທິການອາຊຽນ ຫລັງຈາກລັດຖະມົນຕີ ຈາກບັນດາປະເທດ ສະມາຊິກໄດ້ລົງນາມໃນສັນຍາຕົກລົງດັ່ງກ່າວເມື່ອວັນທີ 14 ພະຈິກ.

ສຳນັກເລຂາທິການ ອາຊຽນລະບຸວ່າ DEFA ຖືເປັນບາດກ້າວສຳຄັນ ຂອງການພັດທະນາ ເສດຖະກິດ ດີຈີຕອນໃນພາກພື້ນ ໂດຍມີເປົ້າໝາຍ ເພື່ອສ້າງລະບົບ ເສດຖະກິດ ດີຈີຕອນທີ່ເປີດກວ້າງ, ຄວາມປອດໄພ, ເຊື່ອມໂຍງເຂົ້າກັນໄດ້, ສາມາດແຂ່ງຂັນໄດ້ ແລະ ທຸກພາກສ່ວນສາມາດ ເຂົ້າເຖິງໄດ້ ຊຶ່ງຄາດວ່າ ຈະມີຜົນບັງຄັບໃຊ້ ໃນຕົ້ນປີ 2027.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ໄຂຂຶ້ນ ຢູ່ປະເທດຟິລິປິນ · ຮູບທີ 3

ກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 15-17 ພະຈິກນີ້.ໂດຍ ທ່ານ ເຟີດິນານ ມາກອສ ຈູເນຍ ກ່າວວ່າ: ອາຊຽນຄວນຮ່ວມມື ກັບນາໆປະເທດ ເພື່ອກຳນົດແນວທາງຮັບມືກັບຄວາມທ້າທາຍ ລະດັບໂລກ ຢ່າງເປັນເອກະພາບ ແລະ ເປັນລະບົບ.ນອກຈາກນັ້ນ ທ່ານມາກ ຄານີ (Mark Carney) ນາຍົກລັດຖະມົນຕີ ການາດາ ແລະ ທ່ານ ລູອິສ ອິນາຊິໂອ ລູລາ ດາ ຊິລວາ (Luiz Inácio Lula da Silva) ປະທານາທິບໍດີ ບຣາຊິນ ຍັງໄດ້ເຂົ້າຮ່ວມ ໃນພິທີໄຂໃນຖານະ ແຂກຂອງປະທານ ອາຊຽນ./

 

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ໄຂຂຶ້ນ ຢູ່ປະເທດຟິລິປິນ · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່