ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 22:08ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານາທິບໍດີ ອິນໂດເນເຊຍ ກ່າວຂໍໂທດ ຕໍ່ປະເທດເພື່ອນບ້ານ ກ່ຽວກັບ ບັນຫາໝອກຄວັນຂ້າມຊາຍແດນ

ໂດຍ Mahaxan
· 1 ອາທິດ ກ່ອນອ່ານ 1 ນາທີ2 ຄັ້ງ
ປະທານາທິບໍດີ ອິນໂດເນເຊຍ ກ່າວຂໍໂທດ ຕໍ່ປະເທດເພື່ອນບ້ານ ກ່ຽວກັບ ບັນຫາໝອກຄວັນຂ້າມຊາຍແດນ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ,  ໃນກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 49 ທີ່ຈັດຂຶ້ນ ຢູ່ນະຄອນ ຫລວງ ມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕປະທານາທິບໍດີ ອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ກ່າວຂໍໂທດ ຕໍ່ປະເທດ ສິງກະໂປ ແລະ ມາເລເຊຍ ເນື່ອງຈາກ ບັນຫາໝອກຄວັນ ຂ້າມຊາຍແດນ ສ້າງຜົນກະທົບ ຕໍ່ປະເທດ ເພື່ອນບ້ານ. ທ່ານ ພຣາໂບໂວ ໄດ້ກ່າວວ່າ: ກ່ອນໜ້ານີ້ຢູ່ອິນໂດເນເຊຍ ໄດ້ເກີດໄຟປ່າ ແລະ ພື້ນທີ່ ຂະໜາດໃຫຍ່ ຢ່າງຕໍ່ເນື່ອງ ເປັນເວລາເກືອບ 4 ເດືອນ ຈຶ່ງສາມາດຄວບຄຸມໄດ້, ໝອກຄວັນ ໄດ້ປິວກະ ຈາຍ ໄປເຖິງ ປະເທດໃກ້ຄຽງ.ອິນໂດເນເຊຍ ໄດ້ສຸມຄວາມພະຍາຍາມ ຢ່າງສຸດຂີດ ເພື່ອຄວບຄຸມໄຟປ່າ, ແຕ່ກໍຕ້ອງຂໍໂທດ ທີ່ໄດ້ສົ່ງຜົນກະທົບ ໃຫ້ປະຊາຊົນເພື່ອນບ້ານ.ອິນໂດເນເຊຍ ໄດ້ຍົກເລີກສິດ ດຳເນີນທຸລະກິດຂອງ 17 ວິສາຫະກິດ, ຍັງມີວິສາຫະກິດ ອີກ26 ແຫ່ງ ພວມຢູ່ລະຫວ່າງ ການສືບສວນສອບສວນ, ເຈົ້າໜ້າທີ່ຕຳຫລວດໄດ້ສືບສວນວິສາຫະກິດ ທີ່ກ່ຽວຂ້ອງ ທັງໝົດ 104 ແຫ່ງ.ລັດຖະບານ ອິນໂດເນເຊຍ ກຳລັງກະກຽມ ສ້າງຕັ້ງອົງການ ໃໝ່ ເພື່ອເພີ່ມທະວີ ການປ້ອງກັນ ແລະ ຄວບຄຸມໄຟ ຢູ່ແຫລ່ງກຳເນີດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່