ລາວ-ຈີນ ຮ່ວມມືປາບປາມອາຊະຍາກຳ ສົ່ງມອບຜູ້ຖືກຫາຈີນ 74 ຄົນ ທີ່ດ່ານສາກົນບໍ່ເຕ່ນ

ໃນວັນທີ 17 ພະຈິກ 2026 ທີ່ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ສປປ ລາວ, ເຈົ້າໜ້າທີ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ນໍາໂດຍ ທ່ານ ພັອ ທະນົງສັກ ເທບພະວົງ ຮອງຫົວໜ້າກົມເສນາທິການ ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົ່ງມອບຜູ້ຖືກຫາຄົນສັນຊາດຈີນ ຈຳນວນ 74 ຄົນ ໃນຄະດີການສໍ້ໂກງຊັບທາງໂທລະຄົມ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນ ແລະ ດໍາເນີນຄະດີຢູ່ ສປ ຈີນ ບົນພື້ນຖານການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ 2 ປະເທດ, ຕາງໜ້າຮັບໂດຍ ທ່ານ ພັອ ຈອງ ຈື ເຊີ່ງ ຫົວໜ້າຄະນະສະເພາະກິດ ແຂວງກວາງຊີ ສປ ຈີນ.




ການມອບ-ຮັບດັ່ງກ່າວຜູ້ຖືກຫາດັ່ງກ່າວ ແມ່ນອີງຕາມມາດຕາ 270, 271, 272 ແລະ 273 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບເລກທີ 37/ສພຊ; ກົດໝາຍວ່າການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ; ຜູ້ຖືກຫາຈຳນວນດັ່ງກ່າວ ຖືກເຈົ້າໜ້າທີ່ ສປປ ລາວ ກັກຕົວໄດ້ໃນໄລຍະຜ່ານມາ ຫຼັງຈາກເຈົ້າໜ້າທີ່ວິຊາສະເພາະກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕິດຕາມກວດກາ ແລະ ແກ້ໄຂເປົ້າໝາຍສົງໄສວ່າມີການເຄື່ອນໄຫວລະເມີດຕໍ່ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ຕາມຂໍ້ກ່າວຫາ ບໍ່ເຂົ້າ-ອອກຕາມດ່ານທີ່ທາງການກຳນົດ, ເຮັດວຽກບໍ່ຖືກເປົ້າໝາຍ, ດຳເນີນທຸລະກິດ, ປະກອບອາຊີບ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ລັກລີ້ຊ່ອນຢູ່ ສປປ ລາວ, ໂດຍກຸ່ມຜູ້ຖືກຫາດັ່ງກ່າວ ຖຶກກັກຕົວໃນຂໍ້ຫາ ການສໍ້ໂກງຊັບທາງໂທລະຄົມ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






