
ແຟຣນໄຊສ໌ KFC ລາຍໃຫຍ່ໃນສະຫະລັດ ຍື່ນຂໍລົ້ມລະລາຍ ຫຼັງມີໜີ້ເກືອບ 73 ລ້ານໂດລາ ກະທົບ 84 ສາຂາ

ບໍລິສັດ Tasty Chick’n ຜູ້ປະກອບການແຟຣນໄຊສ໌ຮ້ານອາຫານຟາສຟູດ KFC ແລະ Taco Bell ລາຍໃຫຍ່ໃນສະຫະລັດ ໄດ້ຍື່ນຂໍຄຸ້ມຄອງການລົ້ມລະລາຍຕາມກົດໝາຍ Chapter 11 ຕໍ່ສານລົ້ມລະລາຍໃນເຂດພາກໃຕ້ຂອງລັດ Texas ເມື່ອວັນທີ 16 ພະຈິກ 2026 ຫຼັງປະເຊີນບັນຫາຍອດຂາຍຫຼຸດລົງຕໍ່ເນື່ອງ 3 ປີ ແລະ ຕົ້ນທຶນດຳເນີນງານເພີ່ມສູງຂຶ້ນ ສົ່ງຜົນໃຫ້ບໍລິສັດມີໜີ້ສິນເກືອບ 73 ລ້ານໂດລາສະຫະລັດ ຫຼື ປະມານ 1,637 ຕື້ກີບ.
ບໍລິສັດ Tasty Chick’n ທີ່ມີສຳນັກງານໃຫຍ່ຢູ່ເມືອງ Plano ລັດ Texas ລະບຸໃນເອກະສານທີ່ຍື່ນຕໍ່ສານວ່າ ຍອດຂາຍຂອງຮ້ານອາຫານຫຼຸດລົງຕໍ່ເນື່ອງເປັນປີທີ 3 ໂດຍຫຼຸດລົງ 11.4% ໃນປີ 2024, ຫຼຸດລົງ 1.4% ໃນປີ 2025 ແລະ ຫຼຸດລົງອີກ 2.8% ໃນປີ 2026 ຈົນເຖິງປັດຈຸບັນ. ເມື່ອລວມໄລຍະ 3 ປີງົບປະມານ ລາຍຮັບຈາກການຂາຍຫຼຸດລົງປະມານ 15.6%.

ນອກຈາກບັນຫາຍອດຂາຍແລ້ວ ບໍລິສັດຍັງປະເຊີນກັບຕົ້ນທຶນວັດຖຸດິບ, ຄ່າແຮງງານ, ຄ່າດຳເນີນງານ ແລະ ຄ່າເຊົ່າທີ່ເພີ່ມຂຶ້ນ ສົ່ງຜົນໃຫ້ອັດຕາກຳໄລຂອງຮ້ານອາຫານຫຼຸດຈາກ 11.8% ໃນປີງົບປະມານ 2023 ເຫຼືອພຽງ 4% ໃນປີ 2026. ຂະນະທີ່ກຳໄລກ່ອນຫັກດອກເບ້ຍ, ພາສີ, ຄ່າເສື່ອມລາຄາ ແລະ ຄ່າຕັດຈຳໜ່າຍ (EBITDA) ໃນໄລຍະ 12 ເດືອນຫຼ້າສຸດ ຫຼຸດລົງເຫຼືອ 7.1 ລ້ານໂດລາ ຈາກ 12.4 ລ້ານໂດລາໃນປີກ່ອນ.
ພ້ອມນີ້ ບໍລິສັດຍັງມີພາລະລາຍຈ່າຍຈາກຂໍ້ກຳນົດຂອງສັນຍາແຟຣນໄຊສ໌ ທີ່ຕ້ອງປັບປຸງ ແລະ ຍົກລະດັບຮ້ານອາຫານເກືອບ 40 ສາຂາ ພາຍໃນປີ 2029 ຍິ່ງເພີ່ມແຮງກົດດັນຕໍ່ສະຖານະການເງິນ.
ຈາກບັນຫາດັ່ງກ່າວ Tasty Chick’n ເລີ່ມເລື່ອນການຊຳລະຄ່າລິຂະສິດ ແລະ ຄ່າທຳນຽມແຟຣນໄຊສ໌ຕັ້ງແຕ່ກາງປີ 2025 ກ່ອນທີ່ KFC ແລະ Taco Bell ເຊິ່ງຢູ່ພາຍໃຕ້ບໍລິສັດແມ່ Yum Brands ຈະອອກໜັງສືແຈ້ງເຕືອນການຜິດສັນຍາໃນເດືອນທັນວາປີດຽວກັນ. ຕໍ່ມາໃນເດືອນກັນຍາ 2026 ທັງສອງແບຣນໄດ້ແຈ້ງຄວາມປະສົງທີ່ຈະຍົກເລີກສັນຍາແຟຣນໄຊສ໌ ໂດຍລະບຸວ່າ Tasty Chick’n ຄ້າງຊຳລະຄ່າລິຂະສິດ, ເງິນສົມທົບດ້ານການໂຄສະນາ ແລະ ຄ່າທຳນຽມອື່ນໆ ລວມປະມານ 15.7 ລ້ານໂດລາ ຫຼື ປະມານ 352 ຕື້ກີບ.
ສຳລັບຂັ້ນຕອນການປັບໂຄງສ້າງໜີ້ສິນຕາມ Chapter 11 ຄັ້ງນີ້ ບໍລິສັດກຳລັງຂໍສິນເຊື່ອວົງເງິນສູງສຸດ 20 ລ້ານໂດລາ ຫຼື ປະມານ 448 ຕື້ກີບ ຈາກ MidCap Financial Trust ຜູ້ໃຫ້ກູ້ລາຍເດີມ ເພື່ອໃຊ້ເປັນທຶນໝູນວຽນໃນລະຫວ່າງການປັບໂຄງສ້າງໜີ້ສິນ. ນອກນີ້ ຍັງມີແຜນຂາຍຮ້ານອາຫານພາຍໃຕ້ການກຳກັບຂອງສານ ໂດຍອາດຂາຍທັງໝົດເປັນຊຸດດຽວ ຫຼື ແບ່ງຂາຍຕາມແຕ່ລະພື້ນທີ່.
ປັດຈຸບັນ Tasty Chick’n ມີຮ້ານ KFC ຈຳນວນ 75 ສາຂາ ແລະ ຮ້ານທີ່ໃຊ້ສອງແບຣນຮ່ວມກັນລະຫວ່າງ KFC ແລະ Taco Bell ອີກ 9 ສາຂາ ລວມທັງໝົດ 84 ສາຂາ ໃນ 10 ລັດຂອງສະຫະລັດ ປະກອບມີ Florida, Tennessee, Arkansas, Missouri, Mississippi, Alabama, Virginia, Kentucky, Illinois ແລະ Indiana.
ການຍື່ນຂໍຄຸ້ມຄອງການລົ້ມລະລາຍຂອງ Tasty Chick’n ເກີດຂຶ້ນບໍ່ດົນຫຼັງຈາກ Encanto Restaurants ຜູ້ປະກອບການແຟຣນໄຊສ໌ KFC ໃນ Puerto Rico ກໍຍື່ນຂໍຄຸ້ມຄອງຈາກການລົ້ມລະລາຍເຊັ່ນກັນ. ໂດຍກໍລະນີດັ່ງກ່າວເກີດຂຶ້ນຫຼັງຈາກ Yum Brands ຢຸດຕິຄວາມສຳພັນທາງທຸລະກິດກັບຜູ້ປະກອບການລາຍນັ້ນ ໂດຍລະບຸວ່າບໍ່ສາມາດດຳເນີນກິດຈະການໃຫ້ເປັນໄປຕາມມາດຕະຖານຂອງບໍລິສັດໄດ້ອີກຕໍ່ໄປ.
ທັງນີ້ KFC ກຳລັງດຳເນີນແຜນຟື້ນຟູທຸລະກິດໃນຕະຫຼາດສະຫະລັດ ພາຍໃຕ້ການນຳຂອງ Catherine Tan-Gillespie ປະທານ KFC ທີ່ເຂົ້າຮັບຕຳແໜ່ງໃນຕົ້ນປີ 2025 ຫຼັງແບຣນປະເຊີນກັບບັນຫາຍອດຂາຍ ແລະ ສ່ວນແບ່ງຕະຫຼາດຫຼຸດລົງຕໍ່ເນື່ອງມາຫຼາຍປີ.
ທີ່ມາຂ່າວ: Yahoo
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






