ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜູ້ນຳ 3 ພັກ ຮ່ວມປຶກສາຫາລື ເພື່ອເພີ່ມທະວີການພົວພັນຮ່ວມມື

ໂດຍ Mahaxan
· 5 ມື້ ກ່ອນອ່ານ 2 ນາທີ5 ຄັ້ງ
ຜູ້ນຳ 3 ພັກ ຮ່ວມປຶກສາຫາລື ເພື່ອເພີ່ມທະວີການພົວພັນຮ່ວມມື
ADadvertisement
ADadvertisement
ADadvertisement

ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະທາສະພາສູງແຫ່ງລາຊະອານາຈັກກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກ ກໍາປູເຈຍ.ໃນການພົບປະດັ່ງກ່າວ, ຜູ້ນໍາສາມພັກຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ, ພ້ອມທັງໄດ້ປຶກສາຫາລື ແລະ ຕີລາຄາໝາກຜົນຂອງການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດໃນໄລຍະຜ່ານມາ ຊຶ່ງສາມຝ່າຍໄດ້ ມີການປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນ ແລະ ຮັກສາໄດ້ການໄປມາຫາສູ່ກັນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການພົບປະກັນຂອງສາມປະເທດຢ່າງປົກກະຕິ. ພ້ອມກັນນີ້, ຜູ້ນໍາຂອງສາມພັກໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດລວມທັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.

ຜູ້ນຳ 3 ພັກ ຮ່ວມປຶກສາຫາລື ເພື່ອເພີ່ມທະວີການພົວພັນຮ່ວມມື

ໃນໂອກາດດຽວກັນນີ້, ຜູ້ນໍາຂອງສາມພັກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານທີ່ສາມພັກ, ສາມປະເທດສາມາດຍາດມາໄດ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ສາມຝ່າຍໄດ້ມີໃຫ້ແກ່ກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ຜູ້ນໍາຂອງສາມພັກຍັງໄດ້ຕີລາຄາສູງ ທີ່ສາມຝ່າຍສືບຕໍ່ຮັກສາໄດ້ກົນໄກການພົບປະ ລະຫວ່າງ ກົມການເມືອງ, ລັດຖະບານ, ກະຊວງ-ອົງການ ແລະ ທ້ອງຖິ່ນຂອງສາມປະເທດ ຊຶ່ງໄດ້ກາຍເປັນປະເພນີ ແລະ ສ້າງໂອກາດອັນດີແກ່ການປຶກສາຫາລືກ່ຽວກັບການຮ່ວມມືຂອງສາມປະເທດ. ພ້ອມກັນນີ້, ຜູ້ນໍາຂອງສາມພັກ ໄດ້ຢືນຢັນຄືນຢ່າງໜັກແໜ້ນວ່າ ທັງສາມພັກ ແລະ ສາມປະເທດຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກອັນລໍ້າຄ່າແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມພັກ, ສາມລັດ ແລະ ປະຊາຊົນ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່