ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

ໂດຍ Mahaxan
· 4 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ
ADadvertisement
ADadvertisement
ADadvertisement

ໂອກາດດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ໂຄອິຊຸມິ ຊຶ ໂຕມຸ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆລະຫວ່າງ ລັດຖະບານ ກໍຄື ປະຊາຊົນຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ອັນມີກຽດຂອງທ່ານ.

ທ່ານ ໂຄອິຊຸມິ ຊຶໂຕມຸ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານນາງ ວຽງທອງ ສີພັນດອນ  ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດ ຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທ່ີການທູດຂອງຕົນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

ສປປ ລາວ ແລະ ຍີ່ປຸ່ນ ສ້າງສາຍພົວພັນທາງການທູດນຳກັນ ໃນວັນ ທີ 5 ມີນາ 1955.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່