ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ກັກຕົວແມ່ຕູ້ 67 ປີ ກໍ່ເຫດປຸ້ນຊິງຊັບ ແລະ ທໍາຮ້າຍຮ່າງກາຍແມ່ຕູ້ ອາຍຸ 69 ປີ ຈົນເສຍຊີວິດ ຍ້ອນຕິດການພະນັນ ຢາກໄດ້ເງິນມາໃຊ້ໜີ້

ໂດຍ Jenjila
· 4 ມື້ ກ່ອນອ່ານ 2 ນາທີ26 ຄັ້ງ
ເຈົ້າໜ້າທີ່ ກັກຕົວແມ່ຕູ້ 67 ປີ ກໍ່ເຫດປຸ້ນຊິງຊັບ ແລະ ທໍາຮ້າຍຮ່າງກາຍແມ່ຕູ້ ອາຍຸ 69 ປີ ຈົນເສຍຊີວິດ ຍ້ອນຕິດການພະນັນ ຢາກໄດ້ເງິນມາໃຊ້ໜີ້
ADadvertisement
ADadvertisement
ADadvertisement

ໃນວັນທີ 03 ພະຈິກ 2026 ຜ່ານມານີ້ ໄດ້ຮັບການລາຍງານວ່າມີເຫດການເຫດການປຸ້ນຊັບທຳຮ້າຍຮ່າງກາຍເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ເຫດການດັ່ງກ່າວແມ່ນເກີດຂື້ນຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ພາຍຫຼັງໄດ້ຮັບແຈ້ງຄວາມກອງບັນຊາການ ປກສ ເມືອງທຸລະຄົມ ລົງສົມທົບກັບກອງບັນຊາການ ປກສ ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງລົງເກັບກຳຂໍ້ມູນສະຖານທີ່ເກີດເຫດຕົວຈິງ, ພົບເຫັນຂອງເຄື່ອງກາງ, ຮ່ອງຮອຍການທໍາຮ້າຍຮ່າງກາຍໃນສະຖານທີ່ເກີດເຫດ ແລະ ຜ່ານການເກັບກໍາຂໍ້ມູນເຫັນວ່າມີ ຜູ້ເສຍຊິວິດຊື່ ນາງ ພິມພອນ ອາຍຸ 69 ປີ, ປະຊາຊົນຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງ ວຽງຈັນ ຈາກນັ້ນຈິ່ງຂື້ນບັນຊີ້ເປົ້າໝາຍ, ເກັບກໍາຂໍ້ມູນກ່ຽວຂ້ອງເປັນຕົ້ນແມ່ນກ້ອງວົງຈອນປິດ, ໂທລະສັບມືຖຶ, ບຸກຄົນທີ່ເຫັນເຫດການ, ພະຍານອ້ອມຂ້າງ ຕົກໃນມາຮອດວັນທີ 06 ພະຈິກ 2026 ຜ່າມານີ້ຈຶ່ງສາມາດກັກຕົວຜູ້ຕ້ອງສົງໃສໄດ້ 1 ຄົນ ຊື້: ນາງ ຕິ້ງ ອາຍຸ 67 ປີ, ອາຊີບຊາວນາ, ບ້ານຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ມາທຳການສືບສວນ-ສອບສວນ.

ເຈົ້າໜ້າທີ່ ກັກຕົວແມ່ຕູ້ 67 ປີ ກໍ່ເຫດປຸ້ນຊິງຊັບ ແລະ ທໍາຮ້າຍຮ່າງກາຍແມ່ຕູ້ ອາຍຸ 69 ປີ ຈົນເສຍຊີວິດ ຍ້ອນຕິດການພະນັນ ຢາກໄດ້ເງິນມາໃຊ້ໜີ້

ຜ່ານການສືບສວນ-ສອບສວນຜູ້ກ່ຽວ ໄດ້ໃຫ້ການຮັບສາລະພາບວ່າຕົນເອງແມ່ນໄດ້ລົງມືທຳຮ້າຍຮ່າງກາຍ ນາງ ພິມພອນ ຈົນຜູ້ເສຍຊິວິດແທ້ ເຊິ່ງນາງ ຕິ້ງ ໄດ້ຕົວະ ຜູ້ເສຍຊີວິດ ວ່າຈະມີຄົນເອົາໄກ່ມາຂາຍໃຫ້ຈຳນວນຫຼາຍ ພ້ອມທັງໄດ້ຊັກຊວນໄປເອົາໄກ່ນໍາກັນ ພໍໄປຮອດຈຸດເກີດເຫດ ຜູ້ກ່ຽວ ໄດ້ອາໃສຕອນທີຜູ້ເສຍຊີວິດເຜີຕົວ ແລະ ປິ່ນຫຼັງໃສ່ຜູ້ກ່ຽວ ຈິ່ງໄດ້ດຶງຜົມດ້ານຫຼັງຟາດລົງໃສ່ກັບພື້ນດີນແລ້ວຕີບໍລິເວນໃບໜ້າຈົນເຮັດໃຫ້ຜູ້ເສຍຊີວິດສະຫຼົບ ຈາກນັ້ນກໍ່ໄດ້ຄົ້ນເອົາຊັບສີນຢູ່ໃນຖົງເສື້ອມີເງີນຈຳນວນ 2,000,000 ກີບ ແລະ ປົດເອົາຕ້າງຫູວັດຖຸຄ້າຍຄືຄໍາ ຈຳນວນ 01 ຄູ່ ແລ້ວກໍ່ໄດ້ເອົາຕົວຫຼົບໜີ ລັງຈາກນັ້ນຜູ້ກ່ຽວກໍ່ໄດ້ນຳເອົາຕ້າງຫູດັ່ງກ່າວໄປຂາຍຢູ່ຮ້ານຕະຫຼາດບ້ານເກີນ ສ່ວນແຮງຈູງໃນການກໍ່ເຫດຄັ້ງນີ້ແມ່ນຢາກໄດ້ເງິນໄປໃຊ້ໜີ້ ຍ້ອນຜູ້ກ່ຽວຕິດການພະນັນ, ມີໜີ້ສິນຈໍານວນຫຼາຍ

ປັດຈຸບັນຜູ້ກ່ຽວຖືກເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງຽງຈັນ ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍຂອງບ້ານເມືອງໃນຂັ້ນຕໍ່່ໄປ.

ຂ່າວ: ປກສ ແຂວງວຽງຈັນ ໂພທິສານ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່