ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັງກິດ ລົງໂທດ 8 ບໍລິສັດ ທີ່ກ່ຽວຂ້ອງກັບ ການກໍ່ສ້າງ ຈຸດຕັ້ງຖິ່ນຖານ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ

ໂດຍ Mahaxan
· 3 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ອັງກິດ ລົງໂທດ 8 ບໍລິສັດ ທີ່ກ່ຽວຂ້ອງກັບ ການກໍ່ສ້າງ ຈຸດຕັ້ງຖິ່ນຖານ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 17 ພະ​ຈິກ​ນີ້, ກະ​ຊວງ​ ການ​ຕ່າງ​ປະ​ເທດ​ ອັງ​ກິດ​ ໄດ້​ປະ​ກາດ ​ລົງ​ໂທດ​​ບໍ​ລິ​ສັດ​ ການກໍ່​ສ້າງແລະ ບໍ​ລິ​ສັດ​ ອະ​ສັງ​ຫາ​ລິ​ມະ​ຊັບ​ 8 ແຫ່ງ ​ທີ່ເຂົ້າ​ຮ່ວມ ​ການ​ຂະ​ຫຍາຍ ຈຸດ​ຕັ້ງ​ຖິ່ນ​ຖານ​ ຂອງ​ອິດ​ສະ​ຣາ​ແອນ ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ ແມ່​ນ້ຳ​ຈໍ​ແດນລວມ​ທັງ ​ໜຶ່ງອົງ​ການ​​ຈັດ​ຕັ້ງ ທີ່​ສະ​ກັດ​ກັ້ນ ​ການ​ຂົນ​ສົ່ງ ​ເຄື່ອງ​ຊ່ວຍ​ເຫລືອ ​ເຂົ້າ​ສູ່​ເຂດ​ກາ​ຊາ. 8 ບໍ​ລິ​ສັດ​ ທີ່​ຖືກ​ລົງ​ໂທດ ໄດ້​ເຂົ້າ​ຮ່ວມ​ການ​ວາງ​ແຜນ, ການກໍ່​ສ້າງ ແລະການ​ຕະຫລາດ​ ທີ່​ຢູ່​ອາ​ໄສ ແລະພື້ນ​ຖານ​ໂຄງ​ລ່າງ​ ສາ​ທາ​ລະ​ນະ ​ຢູ່​ຈຸດ​ຕັ້ງ​ຖິ່ນ​ຖານ, ສ່ວນ​ອົງ​ການ​ດັ່ງ​ກ່າວ​ ເຄີຍ​ປິດ​ກັ້ນ​ດ່ານ​ຜ່ານ​ແດນ, ທ່​າ​ກຳ​ປັ່ນ ແລະຖະ​ໜົນ​ຫົນ​ທາງ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ ​ປະ​ກາດ​ວ່າ:ການກໍ່​ສ້າງ ​ຈຸດ​ຕັ້ງ​ຖິ່ນ​ຖານ​ ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ ​ຢ່າງເປີດ​ແປນ, ການ​ຂະ​ຫຍາຍ​ ຈຸດ​ຕັ້ງ​ຖິ່ນ​ຖານ ແລະການ​ມີ​ເຈດ​ຕະ​ນາ​ ສ້າງ​ຄວາມ​ແຕກ​ແຍກ ​ໃນ​ດິນ​ແດນ ​ປາ​ແລັດ​ສະ​ຕິນເປັນ​ໄພ​ຂົ່ມ​ຂູ່ ​ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ​ຂອງ​ພາກ​ພື້ນ. “ແຜນ​ການ​ສອງ​ປະ​ເທດ” ຍັງ​ແມ່ນ​ທາງ​ອອກ ​ພຽງ​ໜຶ່ງ​ດຽວ​ ໃນ​ການ​ຮັບ​ປະ​ກັນ ​ສັນ​ຕິ​ພາບ ແລະຄວາມ​ໝັ້ນ​ຄົງ​ ໄລ​ຍະ​ຍາວ​ ລະ​ຫວ່າງ ​ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່