
ຍີ່ປຸ່ນ ວາງແຜນ ຈະເພີ່ມງົບປະມານ ປ້ອງກັນປະເທດ ຂຶ້ນເປັນ 60.000 ຕື້ເຢນ

ວິທະຍຸ ໂທລະພາບ ສູນກາງຈີນ, ຂ່າວສານກຽວໂດຂອງຍີ່ປຸ່ນ ລາຍງານວ່າ:ລັດຖະບານຍີ່ປຸ່ນ ວາງແຜນ ຈະເພີ່ມງົບປະມານ ປ້ອງກັນປະເທດ ຢ່າງຫລວງຫລາຍໃນ 5 ປີຂ້າງໜ້າໂດຍພິຈາລະນາ ຈະເພີ່ມງົບປະມານ ປ້ອງກັນປະເທດທົງໝົດ ສຳລັບ ປີງົບປະມານ 2027-2031 ຂຶ້ນເປັນ 60.000 ຕື້ນເຢນ (ປະມານ 2.500 ຕື້ຢວນ)ເມື່ອດັດແກ້ “ເອກະສານຄວາມໝັ້ນຄົງ 3 ສະບັບ” ໃນທ້າຍປີນີ້. ງົບປະມານປ້ອງກັນປະເທດໃນ 5 ປີຂ້າງໜ້າ ປະກອບມີ ການຈັດຊື້ອຸປະກອບຕ່າງໆ ກ່ຽວກັບ ວຽກງານປ້ອງກັນປະເທດ ແບບທັນສະໄໝ. ງົບປະມານປ້ອງກັນປະເທດຂອງຍີ່ປຸ່ນ ໄດ້ສ້າງສະຖິຕິສູງຄັ້ງໃໝ່ ເປັນເວລາຫລາຍປີຕິດຕໍ່ກັນ, ເຮັດໃຫ້ວົງການຕ່າງໆຂອງຍີ່ປຸ່ນ ມີຄວາມກັງວົນ ດ້ານງົບປະມານ ທີ່ສູງສຸດ ໃນປະຫວັດສາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






