ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເສດຖະກິດ ສ.ເກົາຫລີ ຂະຫຍາຍຕົວ 3,9%

ໂດຍ Mahaxan
· 4 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
ເສດຖະກິດ ສ.ເກົາຫລີ ຂະຫຍາຍຕົວ 3,9%
ADadvertisement
ADadvertisement
ADadvertisement
ເສດຖະກິດ ສ.ເກົາຫລີ ຂະຫຍາຍຕົວ 3,9%

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກອງທຶນ ການເງິນຕາ ລະຫວ່າງ ປະເທດ (IMF) ໄດ້ປັບເພີ່ມຄາດການ ຂະຫຍາຍຕົວ ທາງເສດຖະກິດ ຂອງ ສ.ເກົາຫລີ ໃນປີ 2026 ໄປສູ່ ລະດັບ 3,9% ຈາກຄາດການກ່ອນໜ້ານີ້ ໃນລະດັບ 3,3%. ໂດຍໄດ້ຮັບແຮງ ຊຸກຍູ້ ຈາກວົງຈອນການເພີ່ມຂຶ້ນຄັ້ງໃຫຍ່ ຂອງ ອຸດສາຫະກຳ ເຊມິຄອນດັກເຕີ (Semiconductor) ທົ່ວໂລກ ທີ່ ພວມເພີ່ມຂຶ້ນ.

ສ່ວນໃນປີ 2027, ໄອເອັມເອຟ ຄາດການວ່າ ເສດຖະກິດ ສ.ເກົາຫລີ ຈະຂະຫຍາຍຕົວ 3,3% ຊຶ່ງຖືເປັນການຂະຫຍາຍຕົວ ຫລາຍກວ່າ 3% ຢ່າງຕິດຕໍ່ກັນ ເປັນປີທີສອງ. ນອກຈາກນັ້ນ, ຄະນະຜູ້ຕາງໜ້າ ຂອງ ໄອເອັມເອຟ ທີ່ນຳໂດຍ ໂຄຣິນ ເດເລຊາດ (Corinne Delechat) ໃນຖານະ ຫົວໜ້າ ຄະນະເຮັດວຽກ ໄດ້ເປີດເຜີຍ ຕົວເລກ ຄາດການ ຄັ້ງຫລ້າສຸດ ວ່າ ພາຍຫລັງ ການປຶກສາຫາລື ຮ່ວມກັບ ສະຖາບັນ ທາງເສດຖະກິດ ແລະ ການເງິນທີ່ສຳຄັນ ຂອງ ສ.ເກົາຫລີ ເປັນເວລາ 2 ອາທິດ ລວມທັງ ກະຊວງ ການເງິນ ແລະ ເສດຖະກິດ./

 

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່