ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານປະເທດແຫ່ງ ສປປ ລາວ ພົບປະກັບ ຮອງປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ

ໂດຍ Jenjila
· 3 ມື້ ກ່ອນອ່ານ 2 ນາທີ13 ຄັ້ງ
ປະທານປະເທດແຫ່ງ ສປປ ລາວ ພົບປະກັບ ຮອງປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ
ADadvertisement
ADadvertisement
ADadvertisement

ໃນຕອນບ່າຍວັນທີ 15 ພະຈິກ 2026 ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກ ກໍາປູເຈຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX.

ປະທານປະເທດແຫ່ງ ສປປ ລາວ ພົບປະກັບ ຮອງປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ

ການພົບປະຄັ້ງນີ້, ເປັນຂີດໝາຍສຳຄັນໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດສະວິດ ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1963. ສປປ ລາວ ຖືວ່າສະມາພັນທະລັດສະວິດ ແມ່ນໜຶ່ງໃນບັນດາປະເທດຄູ່ຮ່ວມມືເພື່ອການພັດທະນາທີ່ສຳຄັນ ແລະ ໃຫ້ການສະໜັບສະໜູນ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຜ່ານການຮ່ວມມືໃນຂອບຫລາຍຝ່າຍ ເປັນຕົ້ນ ການຊ່ວຍເຫລືອ ນັບແຕ່ປີ 2006-2025 ລວມມູນຄ່າທັງໝົດ 307 ລ້ານໂດລາສະຫະລັດ. ພ້ອມກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຊຸກຍູ້ໃຫ້ສະມາພັນທະລັດສະວິດ ສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ໃນທ້າຍປີ 2026 ໂດຍສະເພາະ ແມ່ນການຊ່ວຍເຫລືອໃນການຈັດ ຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS).

ໃນຂະນະດຽວກັນ, ທ່າ ນອິກນາຊິໂອ ກາສຊິດ ກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດພົບປະກັບ ທ່ານປະທານປະເທດແຫ່ງ ສປປ ລາວ. ຝ່າຍສະວິດ ສະແດງຄວາມຍິນດີທີ່ຈະສືບຕໍ່ສະໜັບສະໜູນ ສປປ ລາວ ພາຍຫລັງອອກຈາກ ສະຖານະພາບປະເທດດ້ອຍພັດທະນາ, ການພັດທະນາແບບຍືນຍົງ ແລະ ຍິນດີຈະສຶກສາຄວາມເປັນໄປໄດ້ໃນການຮ່ວມມືໃນຂົງເຂດໃໝ່ໃນອະນາຄົດ ໂດຍສະ ເພາະດ້ານເສດຖະກິດ ແລະ ການລົງທຶນ. ພ້ອມກັນນີ້, ສອງຝ່າຍຍັງໄດ້ເຫັນດີຈະສືບຕໍ່ຈັດຕັ້ງປະຕິບັດກົນໄກການຮ່ວມມືສອງຝ່າຍ ທີ່ມີຮ່ວມກັນຢູ່ແລ້ວ ເຊັ່ນ: ກອງປະຊຸມປຶກສາຫາລືທາງດ້ານການເມືອງລາວ-ສະວິດ ແລະ ອື່ນໆ ເພື່ອປະກອບສ່ວນໃຫ້ແກ່ຜົນສໍາເລັດຂອງການຮ່ວມມືໃນຊຸມປີຕໍ່ໜ້າ.

ປະທານປະເທດແຫ່ງ ສປປ ລາວ ພົບປະກັບ ຮອງປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ · ຮູບທີ 4

ການພົບປະໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດດີ, ໃກ້ຊິດຕິດແທດ ແລະ ສະໜິດສະໜົມ, ພ້ອມທັງມີຄວາມໝາຍໝັ້ນ ທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວໃນອະ ນາຄົດ ເພື່ອຮັບປະກັນໃຫ້ແກ່ຜົນປະໂຫຍດຮ່ວມກັນລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່