
ເກີດຫຍັງຂຶ້ນ? ຊົນເຜົ່າ “ອາວາ” ໃນປະເທດເບຣຊິນປະມານ 20 ຄົນ ອອກຈາກປ່າອາແມຊອນເພື່ອຂໍອາຫານ ຫຼັງແຍກຕົວຈາກໂລກພາຍນອກມາດົນ! ອົງກອນສິດທິມະນຸດກັງວົນເປັນສັນຍານວິກິດຕໍ່ການຢູ່ລອດຂອງຊົນເຜົ່ານີ້.

ເກີດຫຍັງຂຶ້ນ? ຊົນເຜົ່າ “ອາວາ” (Awá) ໃນປະເທດບຣາຊິນ ປະມານ 20 ຄົນ ອອກຈາກປ່າເພື່ອຂໍອາຫານຈາກເຈົ້າໜ້າທີ່ ສ້າງຄວາມກັງວົນວ່າ ອາດເປັນສັນຍານວິກິດຕໍ່ການຢູ່ລອດຂອງຊົນເຜົ່ານີ້.
ໃນວັນທີ 19 ພະຈິກ 2026 ເກີດເຫດການທີ່ສ້າງຄວາມກັງວົນໃຫ້ແກ່ອົງກອນສິດທິມະນຸດ ຫຼັງຈາກສະມາຊິກຊົນເຜົ່າອາວາ (Awá) ປະມານ 20 ຄົນ ທີ່ດຳລົງຊີວິດແບບແຍກຕົວຈາກສັງຄົມພາຍນອກ ໄດ້ປາກົດຕົວອອກຈາກປ່າອາແມຊອນ ໃນປະເທດບຣາຊິນ ເພື່ອຂໍອາຫານຈາກຄົນພາຍນອກ ເຊິ່ງເປັນເຫດການທີ່ຫາຍາກໃນຮອບຫຼາຍສິບປີ ແລະ ກຳລັງສ້າງຄວາມຫ່ວງໃຍຕໍ່ຄວາມປອດໄພ ແລະ ການຢູ່ລອດຂອງຊົນເຜົ່າກຸ່ມນີ້.

ອົງກອນສິດທິຊົນເຜົ່າພື້ນເມືອງ Survival International ເປີດເຜີຍວ່າ ເຫດການດັ່ງກ່າວເກີດຂຶ້ນໃນວັນຈັນ ທີ 16 ພະຈິກ 2026 ໂດຍຊາວຊົນເຜົ່າອາວາປະມານ 20 ຄົນ ໄດ້ເດີນທາງອອກຈາກປ່າມາຍັງຈຸດປະຕິບັດງານຂອງເຈົ້າໜ້າທີ່ລັດຖະບານ ໃກ້ບ້ານຕາວາຣີ ໃນເຂດດິນແດນຊົນເຜົ່າອາຣາຣິບອຢາ (Arariboia) ລັດມາຣານເຍົາ ທາງຕາເວັນອອກສຽງເໜືອຂອງບຣາຊິນ ເພື່ອຂໍມັນດ້າງເປັນອາຫານ ກ່ອນຈະນຳອາຫານທີ່ໄດ້ຮັບກັບເຂົ້າໄປໃນປ່າ.
ພາບວິດີໂອທີ່ບັນທຶກໂດຍຊາວຊົນເຜົ່າກວາຈາຈາຣາ (Guajajara) ທີ່ອາໄສຢູ່ໃກ້ຄຽງ ເຜີຍໃຫ້ເຫັນກຸ່ມຊົນເຜົ່າອາວາທັງຜູ້ໃຫຍ່ ແລະ ເດັກນ້ອຍ ຢືນຢູ່ບໍລິເວນຊາຍປ່າ ບາງຄົນຖືທະນູ ແລະ ລູກສອນ ສ່ວນຊາວກວາຈາຈາຣາໄດ້ນຳອາຫານມາມອບໃຫ້ກ່ອນທີ່ກຸ່ມຊົນເຜົ່າອາວາຈະກັບເຂົ້າປ່າ.
ຊົນເຜົ່າອາວາເປັນກຸ່ມຊົນເຜົ່າພື້ນເມືອງທີ່ບາງສ່ວນເລືອກດຳລົງຊີວິດແບບແຍກຕົວຈາກໂລກພາຍນອກ ໂດຍພຶ່ງພາການລ່າສັດ ແລະ ເກັບຫາອາຫານຈາກປ່າເປັນຫຼັກ ເຊັ່ນ ການໃຊ້ທະນູ ແລະ ລູກສອນລ່າສັດ ການເກັບນ້ຳເຜິ້ງປ່າ ແລະ ເມັດປາມບາບາຊູ ເພື່ອດຳລົງຊີວິດ.

ແຕ່ໃນຊ່ວງຫຼາຍປີຜ່ານມາ ຖິ່ນອາໄສຂອງພວກເຂົາກຳລັງຖືກຄຸກຄາມຢ່າງໜັກ ຈາກການລັກລອບຕັດໄມ້ ການລ່າສັດ ການຂະຫຍາຍຟາມລ້ຽງສັດ ລວມເຖິງໄຟໄໝ້ປ່າ ແລະ ການບຸກລຸກຍຶດຄອງທີ່ດິນ ສົ່ງຜົນໃຫ້ປ່າໄມ້ ແລະ ແຫຼ່ງອາຫານທີ່ພວກເຂົາເຄີຍພຶ່ງພາຄ່ອຍໆຫຼຸດລົງ.
ທາງດ້ານ ແຄໂຣລາຍ ເພຍສ໌ (Caroline Pearce) ຜູ້ອຳນວຍການອົງກອນ Survival International ລະບຸວ່າ ການທີ່ຊົນເຜົ່າທີ່ເຄີຍພຶ່ງພາຕົນເອງໄດ້ ຕ້ອງອອກມາຂໍອາຫານຈາກຄົນພາຍນອກ ເປັນສັນຍານທີ່ໜ້າວິຕົກກັງວົນ ເພາະສະທ້ອນໃຫ້ເຫັນວ່າການບຸກລຸກປ່າກຳລັງສ້າງອັນຕະລາຍຕໍ່ການຢູ່ລອດຂອງຊົນເຜົ່າທີ່ເຄີຍສາມາດດຳລົງຊີວິດໄດ້ດ້ວຍຕົນເອງ.
ຂະນະທີ່ອົງກອນຕົວແທນຊົນເຜົ່າພື້ນເມືອງໃນລັດມາຣານເຍົາ ລະບຸວ່າ ສະພາບຮ່າງກາຍຂອງສະມາຊິກບາງຄົນ ໂດຍສະເພາະເດັກນ້ອຍ ແລະ ຜູ້ສູງອາຍຸ ເບິ່ງຄືວ່າມີຮູບຮ່າງຈ່ອຍຜອມຫຼາຍ ຈຶ່ງເກີດຄວາມກັງວົນວ່າພວກເຂົາອາດກຳລັງປະເຊີນກັບບັນຫາການຫາອາຫານ ແຕ່ສາເຫດທີ່ແທ້ຈິງຍັງຢູ່ໃນຂັ້ນຕິດຕາມກວດສອບ.
ສ່ວນອົງການກິດຈະການຊົນເຜົ່າພື້ນເມືອງຂອງບຣາຊິນ (Funai) ລະບຸວ່າ ກຳລັງຕິດຕາມວິດີໂອ ແລະ ຂໍ້ມູນກ່ຽວກັບເຫດການດັ່ງກ່າວ ພ້ອມທັງເປີດໃຊ້ແຜນສຳຮອງສຳລັບກໍລະນີການຕິດຕໍ່ກັບຊົນເຜົ່າທີ່ແຍກຕົວ ໂດຍເນັ້ນການຫຼຸດຄວາມສ່ຽງດ້ານສຸຂະພາບ ເນື່ອງຈາກຊົນເຜົ່າທີ່ບໍ່ຄ່ອຍຕິດຕໍ່ກັບຄົນພາຍນອກ ອາດມີຄວາມສ່ຽງຕໍ່ພະຍາດຕິດຕໍ່ບາງຊະນິດ.
ທາງດ້ານກຸ່ມຜູ້ພິທັກປ່າ (Forest Guardians) ຊຶ່ງເປັນຊາວຊົນເຜົ່າກວາຈາຈາຣາ ໄດ້ຮຽກຮ້ອງໃຫ້ລັດຖະບານບຣາຊິນເພີ່ມມາດຕະການປົກປ້ອງດິນແດນອາຣາຣິບອຢາ ເຊິ່ງມີເນື້ອທີ່ປະມານ 1.2 ລ້ານເອເຄີ ຫຼື ປະມານ 3 ລ້ານໄຣ່ ຈາກກຸ່ມລັກລອບຕັດໄມ້ ແລະ ຜູ້ບຸກລຸກທີ່ດິນ ກ່ອນທີ່ຊົນເຜົ່າອາວາຈະສູນເສຍຖິ່ນອາໄສ ແລະ ວິຖີຊີວິດດັ້ງເດີມໄປຫຼາຍກວ່ານີ້.

ທັງນີ້ ເຫດການດັ່ງກ່າວບໍ່ພຽງແຕ່ສະທ້ອນເຖິງຄວາມຫຍຸ້ງຍາກໃນການດຳລົງຊີວິດຂອງຊົນເຜົ່າອາວາເທົ່ານັ້ນ ແຕ່ຍັງເປັນສັນຍານເຕືອນເຖິງຜົນກະທົບຈາກການທຳລາຍປ່າ ແລະ ການບຸກລຸກດິນແດນຊົນເຜົ່າພື້ນເມືອງ ເຊິ່ງອາດກະທົບຕໍ່ທັງຊີວິດ ສຸຂະພາບ ແລະ ການດຳລົງຢູ່ຂອງຊົນເຜົ່າທີ່ຍັງຄົງຮັກສາວິຖີຊີວິດດັ້ງເດີມໄວ້.
ທີ່ມາ: Survival International
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






