
ສະເປນຈັບມືຍີ່ປຸ່ນ ເປີດດີວການຄ້າຄັ້ງທຳອິດ ນຳດາວທຽມຂຶ້ນວົງໂຄຈອນດ້ວຍຈະຫຼວດ MIURA 5

ບໍລິສັດ PLD Space ຜູ້ພັດທະນາຈະຫຼວດອະວະກາດຂອງສະເປນ ໄດ້ລົງນາມໃນສັນຍາການຄ້າຄັ້ງທຳອິດກັບ Mitsubishi Electric ບໍລິສັດເຕັກໂນໂລຊີຊັ້ນນຳຈາກຍີ່ປຸ່ນ ເພື່ອໃຫ້ບໍລິການນຳສົ່ງດາວທຽມຂຶ້ນສູ່ວົງໂຄຈອນໂລກ ໂດຍໃຊ້ຈະຫຼວດ MIURA 5.

ສັນຍາດັ່ງກ່າວຖືເປັນກ້າວສຳຄັນຂອງ PLD Space ໃນການຂະຫຍາຍທຸລະກິດສູ່ຕະຫຼາດການປ່ອຍດາວທຽມລະດັບສາກົນ ຫຼັງຈາກບໍລິສັດໄດ້ມຸ່ງເນັ້ນການພັດທະນາເຕັກໂນໂລຊີຈະຫຼວດ ແລະທົດສອບລະບົບການບິນອະວະກາດມາເປັນເວລາຫຼາຍປີ.
ຕາມແຜນການ, ດາວທຽມຂອງ Mitsubishi Electric ຈະຖືກນຳສົ່ງດ້ວຍຈະຫຼວດ MIURA 5 ໃນການບິນທົດສອບຄັ້ງທີ 2 ຂອງຈະຫຼວດລຸ້ນນີ້. ຂະນະທີ່ການບິນທົດສອບຄັ້ງທຳອິດມີກຳນົດໃນເຄິ່ງປີທຳອິດ 2027 ຈາກສະຖານີປ່ອຍຈະຫຼວດໃນເຂດ French Guiana.
MIURA 5 ເປັນຈະຫຼວດສອງຂັ້ນທີ່ຖືກອອກແບບມາເພື່ອນຳສົ່ງດາວທຽມຂະໜາດນ້ອຍ ແລະນ້ຳໜັກປານກາງຂຶ້ນສູ່ວົງໂຄຈອນຕ່ຳຂອງໂລກ (LEO) ໂດຍມີເປົ້າໝາຍຕອບສະໜອງຄວາມຕ້ອງການຂອງຕະຫຼາດດາວທຽມທີ່ກຳລັງເຕີບໂຕ.
ການຮ່ວມມືຄັ້ງນີ້ຍັງສະທ້ອນເຖິງຄວາມສຳພັນທາງຍຸດທະສາດລະຫວ່າງທັງສອງບໍລິສັດ ໂດຍ Mitsubishi Electric ເຄີຍລົງທຶນໃນ PLD Space ມູນຄ່າ 50 ລ້ານເອີໂຣ ໃນເດືອນມີນາ 2026 ເພື່ອສະໜັບສະໜູນການພັດທະນາເຕັກໂນໂລຊີ ແລະການຂະຫຍາຍທຸລະກິດດ້ານອະວະກາດ.

ນັກວິເຄາະມອງວ່າ ສັນຍານີ້ອາດເປັນຈຸດເລີ່ມຕົ້ນສຳຄັນຂອງ PLD Space ໃນການເຂົ້າສູ່ຕະຫຼາດການຂົນສົ່ງດາວທຽມທາງການຄ້າ ແລະຍັງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການເສີມສ້າງຂີດຄວາມສາມາດດ້ານອະວະກາດຂອງເອີຣົບ ເພື່ອໃຫ້ສາມາດແຂ່ງຂັນໃນຕະຫຼາດລະດັບໂລກໄດ້.
ທັງນີ້ ມູນຄ່າຂອງສັນຍາການປ່ອຍດາວທຽມຄັ້ງນີ້ຍັງບໍ່ໄດ້ຮັບການເປີດເຜີຍຕໍ່ສາທາລະນະ.
ທີ່ມາ: ສຳນັກຂ່າວຣອຍເຕີ / pldspace
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






