ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງ ໃນທຸກການຕັດສິນ ຂອງລັດຖະສະພາ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 2 ນາທີ3 ຄັ້ງ
ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງ ໃນທຸກການຕັດສິນ ຂອງລັດຖະສະພາ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນທີ 18 ພະຈິກ, ຢູ່​ນະ​ຄອນ​ຫລວງ ມະນີລາ ຂອງຟີລິບປິນ, ໃນຂອບ​ເຂດ ກອງປະຊຸມສະ​ມັດ​ຊາ​ໃຫຍ່ ລັດສະພາ ລະ​ຫວ່າງ​ ຊາດອາຊຽນ ຄັ້ງທີ 47 (AIPA-47), ໄດ້ຈັດວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ​ໜຶ່ງ ​ໂດຍທ່ານ Faustino “Bojie” G. Dy III, ປະທານຕ່ຳ ຟີລິບປິນ, ປະທານ AIPA-47 ເປັນປະທານ. ທ່ານ ເຈິ່ນແທງເໝີ້ນ ປະທານ ສະພາ ແຫ່ງຊາດ ຫວຽດ​ນາມ ໄດ້ເຂົ້າຮ່ວມ ແລະມີ​ບົດ​ກ່າວ​ປາ​ໄສສຳຄັນ. ໃນ​ບົດ​ກ່າວ​ປາ​ໄສ ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ​ທ່ານ ເຈິ່ນ ແທງເໝີ້ນ ໄດ້ເນັ້ນໜັກວ່າ: ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ ຫົວຂໍ້ ລັດຖະສະພາ ຮັບປະກັນ​ໃຫ້ ອາ​ຊຽນ ມີສັນຕິພາບ, ​ວັດ​ທະ​ນະ​ຖາ​ວອນ ແລະ ຖືປະຊາຊົນ ​ເປັນ​ໃຈ​ກາງ”ເປັນການ​ສົມ​ທົບ​ກັນ​ຢ່າງ​ແຮງ, ການຮ່ວມເດີນ​ທາງ​ ຂອງ​ບັນ​ດາອົງການ ນິຕິບັນຍັດໃນການ​ປະ​ຕິ​ບັດ ​ການ​ຫັນ​ຄວາມ​ຄາດຫວັງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງແລະ ​ບັນ​ດາເສົາຄ້ຳຍຸດທະສາດຂອງ ອາຊຽນເມື່ອ​ກ້າວ​ເຂົ້າສູ່ໄລຍະຜັນ​ຂະ​ຫຍາຍ​ການ​ປະຕິບັດວິໄສທັດປະຊາຄົມ ອາຊຽນ 2045. ເພື່ອຫັນ​ບັນ​ດາ​ຫົວ​ຂໍ້​ຂອງ AIPA-47 ​ໃຫ້​ປະ​ກົດ​ຜົນເປັນຈິງ, ​ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ແບ່ງປັນ​ວ່າ:“ລັດຖະສະພາ ບັນ​ດາ​ປະ​ເທດ ຕ້ອງນຳ​ໜ້າ ໃນການ​ສ້າງ​ລະ​ບອບ ​ລະ​ບຽບ​ການ​ ໃຫ້​ສົມ​ບູນ​ແບບ, ປັບປຸງກົດໝາຍໃຫ້ສອດຄ່ອງ ເພື່ອລົບລ້າງຮົ້ວ​ກີດ​ຂວາງ ​ດ້ານ​ການຄ້າ, ຊຸກ​ຍູ້​ການເຊື່ອມຕໍ່ ເສດຖະກິດພາຍໃນກຸ່ມ ແລະ ເຊື່ອມຕໍ່ລະບົບສະໜອງ. ພິ​ເສດ, ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ສ້າງຂອບ​ນິ​ຕິ​ກຳ ​ໃຫ້​ແກ່ ​ບັນ​ດາ​ກຳ​ລັງ​ໜູນ ​ການ​ເຕີບ​ໂຕ​ໃໝ່, ຮັບ​ປະ​ກັນ​ວ່າ ບໍ່ມີປະເທດໃດ ຖືກປະໄວ້ຢູ່ທາງຫລັງ. ​ຖືປະຊາຊົນ​ເປັນໃຈກາງ​ໃນ​​ທຸກ​​ຄຳ​ຕັດ​ສິນ​ລັດຖະສະພາ.”ກ່ອນໜ້ານັ້ນ, ​ໃນ​ວາ​ລະເປີດ​ຄົບ​ຄະ​ນະ​, ກອ​ງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA ໄດ້ຈັດພິທີຮັບເອົາ ລັດຖະສະພາແຫ່ງຊາດ ຕີມໍແລສເຕ ເຂົ້າເປັນສະມາຊິກ​ ທາງ​ການຂອງ AIPA./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່