ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສິງກະໂປ ຮ່ວມມືກັບ 5 ທະນາຄານເລັ່ງ ໃຊ້ເອໄອປ້ອງກັນມິດຊາຊີບ

ໂດຍ Mahaxan
· 3 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ສິງກະໂປ ຮ່ວມມືກັບ 5 ທະນາຄານເລັ່ງ ໃຊ້ເອໄອປ້ອງກັນມິດຊາຊີບ
ADadvertisement
ADadvertisement
ADadvertisement
ສິງກະໂປ ຮ່ວມມືກັບ 5 ທະນາຄານເລັ່ງ ໃຊ້ເອໄອປ້ອງກັນມິດຊາຊີບ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກປະເທດ ສິງກະໂປ ເມື່ອວັນທີ 18 ພະຈິກວ່າ: ທ່ານ ກັນ ກິມ-ຢົງ (Gan Kim Yong) ຮອງນາຍົກ ລັດຖະມົນຕີ ສິງກະໂປ ກ່າວວ່າ: ລັດຖະບານ ປະເທດນີ້ ໄດ້ກໍານົດພາລະກິດດ້ານປັນຍາ ປະດິດເອໄອ (AI) ສາມດ້ານ ສຳລັບ ພາກສ່ວນ ການເງິນ ໄດ້ແກ່: ການປ້ອງກັນ ອາຊະຍາກຳ ທາງດ້ານການເງິນ, ການປ່ອຍສິນເຊື່ອ ໃຫ້ພາກທຸລະກິດ, ແລະ ການເຮັດທຸລະກຳ ຜ່ານຕົວແທນເອໄອ.ເພື່ອຂະຫຍາຍ ການໃຊ້ເຕັກໂນໂລຊີ ດັ່ງກ່າວ ໃນອຸດສາຫະກຳ ການເງິນ.

ໂດຍທະນາຄານ 5 ແຫ່ງ ໃນສິງກະໂປ ໄດ້ເລີ່ມແບ່ງປັນ ຂໍ້ມູນ ທຸລະກຳ ລະຫວ່າງກັນ ເພື່ອໃຫ້ເອໄອສາມາດກວດຈັບ ຮູບແບບ ການຫລອກລວງ ທີ່ ທະນາຄານ ແຕ່ລະແຫ່ງ ອາດຈະບໍ່ສາມາດ ກວດພົບໄດ້ ດ້ວຍຕົນເອງ, ເນື່ອງຈາກເງິນຂອງ ເຫຍື່ອສາມາດ ຖືກໂອນຜ່ານ ສະຖາບັນ ການເງິນຫລາຍແຫ່ງ ພາຍໃນເວລາພຽງ ບໍ່ເທົ່າໃດນາທີ.

ໃນຂະນະທີ່ ທະນາຄານກາງ ສິງກະໂປ ກຽມສຶກສາ ຄວາມເປັນໄປໄດ້ ໃນການ ພັດທະນາ ລະບົບກວດຈັບທຸລະກຳ ຕ້ອງສົງໄສ ຮ່ວມກັນ ໃນໄລຍະຕົ້ນປີໜ້າ.

ສຳລັບ ພັນທະກິດ ດ້ານສິນເຊື່ອ ຈະມີການທົດລອງ ນຳຂໍ້ມູນ ເພີ່ມເຕີມ ມາໃຊ້ ປະເມີນຄວາມໜ້າເຊື່ອຖື ຂອງ ທຸລະກິດ ຂະໜາດນ້ອຍ ແລະ ບໍລິສັດ ສະຕາດອັບ (Start-up) ເຊິ່ງມັກຈະມີ ປະຫວັດ ສິນເຊື່ອ ບໍ່ຍາວນານ ຫລື ບໍ່ມີຊັບສິນ ພຽງພໍ ສຳລັບໃຊ້ ເປັນຫລັກປະກັນ. ໂດຍເອໄອອາດຈະຊ່ວຍລະບຸ ທຸລະກິດ ທີ່ມີ ສັກຍະພາບ ແລະ ແນະນຳ ແຫລ່ງເງິນທຶນ ທີ່ ເໝາະສົມ ກ່ອນທີ່ຜູ້ປະກອບການ ຈະຍື່ນຂໍສິນເຊື່ອ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່