ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງເຊກອງ ມອບເຮືອນ ໃຫ້ 1 ຄອບຄົວ ປະຊາຊົນບ້ານໃຫຍ່ນາວາ

ໂດຍ kaling
· 2 ມື້ ກ່ອນອ່ານ 2 ນາທີ13 ຄັ້ງ
ປກສ ແຂວງເຊກອງ ມອບເຮືອນ ໃຫ້ 1 ຄອບຄົວ ປະຊາຊົນບ້ານໃຫຍ່ນາວາ
ADadvertisement
ADadvertisement
ADadvertisement

‎ວັນທີ 13 ພະຈິກ 2026 ຜ່ານມາ, ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີມອບເຮືອນ ໃຫ້ 1 ຄອບຄົວ ປະຊາຊົນຜູ້ທຸກຍາກບ້ານໃຫຍ່ນາວາ ເມືອງລະມາມ ເປັນການຊ່ວຍເຫຼືອໃນການປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ ຂອງເຂົາເຈົ້າ; ກ່າວມອບໂດຍ ທ່ານ ພົຈວ ຄຳບານ ພົມມະນີວົງ ຫົວໜ້າກອງບັນ ຊາການ ປກສ ແຂວງ, ມີທ່ານ ພັອ ຄຳຄັ່ງ ທອງສະຫວັດ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ, ມີທ່ານ ພັທ ແພງຮັກ ຮຸນປະຢັດ ຫົວໜ້າກອງບັນຊາການ ປກສ ເມືອງລະມາມ ເຂົ້າຮ່ວມ.

ປກສ ແຂວງເຊກອງ ມອບເຮືອນ ໃຫ້ 1 ຄອບຄົວ ປະຊາຊົນບ້ານໃຫຍ່ນາວາ

ໂອກາດນີ້, ທ່ານ ພັອ ຫຸມໃຈ ແກ້ວສີບຸນເຮືອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ: ການປຸກສ້າງເຮືອນ ແລະ ມອບໃຫ້ຄອບຄົວຜູ້ທຸກຍາກນີ້ ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າແຂວງເຊກອງ, ສະບັບເລກທີ 437/ຊກ, ລົງວັນທີ 9 ທັນວາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ບ້ານໃຫຍ່ນາວາ ຈໍານວນ 2 ຄອບຄົວ; ທັງນີ້ ກອງບັນຊາ ການ ປກສ ແຂວງ ໄດ້ນໍາໃຊ້ງົບປະມານ ຂອງກົມກອງ ເຂົ້າໃນການປຸກສ້າງ ປະເພດເຮືອນໄມ້ເຄິ່ງຖາວອນ ໃນມູນຄ່າ 35.995.000 ກີບ ສໍາເລັດ 1 ຫຼັງ ໄດ້ມອບໃຫ້ຄອບ ຄົວ ທ້າວ ລະ ແລະ ຍັງສືບຕໍ່ປຸກສ້າງອີກ 1 ຫຼັງ ເພື່ອມອບໃຫ້ຄອບຄົວ ທ້າວ ແຮັມແມັດ; ພ້ອມນີ້, ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ 2 ຄອບຄົວຕື່ມອີກ ລວມມີ: ສາດຢາງ, ຜ້າຫົ່ມ, ໝີ່, ປາປ໋ອງ, ເກືອ ແລະ ແປ້ງນົວ.

ປກສ ແຂວງເຊກອງ ມອບເຮືອນ ໃຫ້ 1 ຄອບຄົວ ປະຊາຊົນບ້ານໃຫຍ່ນາວາ · ຮູບທີ 2

‎ໂອກາດກ່າວມອບ, ທ່ານ ພົຈວ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ມີຄໍາເຫັນວ່າ: ດ້ວຍຄວາມເປັນຫ່ວງເປັນໄຍ ຕໍ່ການເປັນຢູ່ຂອງປະ ຊາຊົນ, ຄະນະພັກກອງບັນຊາການ ປກສ ແຂວງ ໄດ້ເອົາໃຈໃສ່ປະຕິບັດຕາມທິດຊີ້ນໍາ ແລະ ແນວທາງ ຂອງພັກ-ລັດ ດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດ ຊອບໃນໜ້າທີ່ ປະກອບສ່ວນເຕັມກຳລັງໃນວຽກງານພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ຈຶ່ງໄດ້ທຸ້ມເທເຫື່ອແຮງ ແລະ ງົບປະມານ ຕາມຄວາມອາດສາມາດຕົວຈິງ ຊ່ວຍປຸກສ້າງເຮືອນ ໃຫ້ແກ່ 2 ຄອບຄົວ ເປັນການຊ່ວຍຍົກລະດັບຊີວິດການເປັນຢູ່ ແລະ ເມື່ອມີທີ່ພັກອາໃສແລ້ວ ກໍໃຫ້ສືບຕໍ່ສ້າງເສດຖະ ກິດຄອບຄົວໃຫ້ມີຢູ່ມີກິນ, ເຮັດການຜະລິດ ປູກຝັງ-ລ້ຽງສັດ ນໍາພາຄອບຄົວຕົນເອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກ ຍາກ.

———

ຂ່າວ: ປກສ ແຂວງເຊກອງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່