
ອົດສະຕຣາລີ-ສິງກະໂປ ເພີ່ມທະວີຮ່ວມມື ດ້ານເອໄອ-ສິນຄ້າຈຳເປັນ


ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອົດສະຕຣາລີ ແລະ ສິງກະໂປ ໄດ້ເຫັນດີ ເພີ່ມທະວິ ການຮ່ວມມື ດ້ານປັນຍາປະດິດ (AI) ແລະ ການຈັດຫາ ສິນຄ້າ ຈຳເປັນ ພາຍຫລັງ ການພົບປະ ຫາລື ແບບທະວິພາຄີ ລະຫວ່າງ ທ່ານ ແອນໂທນີ ອາລບານີສ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ແລະ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກ ລັດຖະມົນຕີ ສິງກະໂປ ຢູ່ນະຄອນຫລວງ ແຄນເບີຣາ ປະເທດອົດສະຕຣາລີ.
ໂດຍຜູ້ນຳ ທັງສອງ ໄດ້ລົງນາມ ໃນຖະແຫລງການຮ່ວມ ເພື່ອສົ່ງເສີມ ການຮ່ວມມື ດ້ານການພັດທະນາ ປັນຍາປະດິດ ແລະ ການເຮັດວຽກ ຮ່ວມກັນ ເພື່ອກຳນົດ ແນວທາງ ການຄຸ້ມຄອງ ເອໄອ ໃນລະດັບພາກພື້ນ ແລະ ລະດັບໂລກ ພ້ອມທັງ ຮັບປະກັນວ່າ ເຕັກໂນໂລຊີນີ້ ຈະຍັງຄົງ ຢູ່ພາຍໃຕ້ ການຄວບຄຸມຂອງມະນຸດ.
ນອກຈາກນີ້, ທ່ານ ອາລບານີສ ແລະ ທ່ານ ວອງ ຍັງໄດ້ປະກາດ ການເຮັດ ບົດບັນທຶກ ຄວາມເຂົ້າໃຈ (MOU) ສະບັບໃໝ່ ລະຫວ່າງ ສອງປະເທດ ວ່າດ້ວຍ ການຮ່ວມມື ດ້ານການຈັດຫາ ສິນຄ້າ ຈຳເປັນ ໂດຍຂໍ້ຕົກລົງ ສະບັບໃໝ່ນີ້ ເປັນການຂະຫຍາຍ ຂອບເຂດ ການຮ່ວມມື ດ້ານຕ່ອງໂສ້ ການສະໜອງ ເຊື້ອໄຟ ທີ່ໄດ້ມີ ການລົງນາມ ໄວ້ເມື່ອເດືອນກໍລະກົດ ຜ່ານມາ ໃຫ້ກວມເອົາ ກຸ່ມສິນຄ້າ ຈຳເປັນອື່ນໆ ເຊັ່ນ: ອາຫານ, ຢາ ແລະ ອຸປະກອນການແພດ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













