ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ຈັບຕົວສະມາຊິກແກັງ 10K ກໍ່ເຫດເອົາງ້າວໄລ່ຟັນປະຊາຊົນ ຢູ່ແຄມຂອງ-ປະຕູໄຊ-ທາດຂາວ ໄດ້ 7 ຄົນ

ໂດຍ kalingອັບເດດ
· 5 ເດືອນ ກ່ອນອ່ານ 2 ນາທີ55 ຄັ້ງ
ເຈົ້າໜ້າທີ່ ຈັບຕົວສະມາຊິກແກັງ 10K ກໍ່ເຫດເອົາງ້າວໄລ່ຟັນປະຊາຊົນ ຢູ່ແຄມຂອງ-ປະຕູໄຊ-ທາດຂາວ ໄດ້ 7 ຄົນ
ADadvertisement
ADadvertisement
ADadvertisement

ວັນທີ 16 ມິຖຸນາ 2026 ເຈົ້າໜ້າທີ່ ພະແນກຕໍາຫລວດ ປກສ ເມືອງສີສັດຕະນາກ ລາຍງານວ່າ: ໃນເດືອນພຶດສະພາ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເຄາະຮ້າຍວ່າ ກຸ່ມຄົນຮ້າຍ ຂັບຂີ່ລົດຈັກ ມີປະມານ 8-9 ຄົນ, ພວກກ່ຽວຂັບຂີ່ລົດເລາະຕາມແຄມຂອງ-ປະຕູໄຊ-ທາດຂາວ ແລ້ວກໍ່ເຫດເອົາງ້າວໄລ່ຟັນປະຊາຊົນ ເຫັນວ່າມີມູນຄວາມຈິງ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະສືບຄົ້ນຫາຕົວເປົ້າໝາຍທີ່ກໍ່ເຫດ.

ວັນທີ 30 ພຶດສະພາ 2026 ຈຶ່ງຮູ້ວ່າກຸ່ມໄວລຸ້ນທີ່ກໍ່ເຫດ ມີຊື່ແກັງວ່າ 10K ແລະ ສາມາດກັກຕົວບຸກຄົນທີ່ຮ່ວມກັນກໍ່ເຫດ ໄດ້ 7 ຄົນຄື:

– ທ້າວເຮຄໍາ ອາຍຸ 17 ປີ ແລະ ທ້າວໄມ ອາຍຸ 15 ປີ ທັງສອງຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ

ADadvertisement
ADadvertisement
ADadvertisement

– ທ້າວ ລອຍ ອາຍຸ 17 ປີ ແລະ ທ້າວສົມສີ ອາຍຸ 16 ປີ ທັງສອງຢູ່ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ

– ທ້າວບຸນທຽນ ອາຍຸ 17 ປີ, ທ້າວໂບ້ ອາຍຸ 17 ປີ ແລະ ທ້າວມະນີໄຊ ອາຍຸ 17 ປີ ທັງສາມຢູ່ ບ້ານຂົວຫລວງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ຜ່ານການສືບສວນສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ: ພວກຕົວມີຊື່ກຸ່ມ 10K ມີສະມາຊິກທັງໝົດ 20 ກວ່າຄົນ, ແຕ່ລະມື້ແມ່ນຈັບກຸ່ມກັນຂັບຂີ່ລົດຈັກ 8-9 ຄັນ ເລາະຍາມກາງຄືນ ເສັ້ນທາງແຄມຂອງ, ເຂດອານຸສາວະລີປະຕູໄຊ ນະຄອນຫລວງວຽງຈັນ. ພົບເຫັນໄວລຸ້ນຍ່າງຕາມແຄມທາງ ແມ່ນໃຊ້ມີດ, ງ້າວ, ດຶກແກ້ວໃສ່ ແລະ ໄດ້ຂັບຂີ່ລົດເລາະຊອກກຸ່ມໄວລຸ້ນຕາມສາຍທາງ ຜ່ານມາເຄີຍກໍ່ເຫດມາແລ້ວຫລາຍຄັ້ງ ຄື:

– ວັນທີ 5 ພຶດສະພາ 2026 ໄດ້ເຄື່ອນໄຫວກໍ່ເຫດ ເອົາງ້າວໄລ່ຟັນກັບໄວລຸ້ນ ຢູ່ເສັ້ນທາງປະຕູໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

– ວັນທີ 6 ພຶດສະພາ 2026 ເຄື່ອນໄຫວກໍ່ເຫດ ເອົາງ້າວໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດເສັ້ນທາງແຄມຂອງ ຫລັງໂຮງແຮມດອນຈັນ ເມືອງສີສັດຕະນາກ, ໄດ້ຮັບບາດເຈັບ 2 ຄົນ.

– ວັນທີ 13 ພຶດສະພາ 2026 ເຄື່ອນໄຫວກໍ່ເຫດ ເອົາງ້າວໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດປະຕູໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

– ວັນທີ 30 ພຶດສະພາ 2026 ເຄື່ອນໄຫວກໍ່ເຫດ ເອົາງ້າວໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດບ້ານທາດຂາວ ເມືອງສີສັດຕະນາກ, ໄດ້ຮັບບາດເຈັບ 1 ຄົນ.

ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງສືບສວນສອບສວນ ຂະຫຍາຍຜົນ ຫາກຸ່ມແກ້ງພັກພວກ ທີ່ຮ່ວມກັນກໍ່ເຫດ ເພື່ອນໍາຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ:ຂ່າວ ປກສ ນະຄອນຫລວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່