ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ

ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ35 ຄັ້ງ
ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ
ADadvertisement
ADadvertisement
ADadvertisement

ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ

ປກສ ແຂວງສະຫວັນນະເຂດ ລາຍງານວ່າ: ເວລາ 13:30 ໂມງ ຂອງວັນທີ 16 ກໍລະກົດ 2026 ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງ ສະຫວັນນະເຂດ ໄດ້ເຂົ້າກວດຄົ້ນສະຖານທີ່ແຫ່ງໜຶ່ງຕັ້ງຢູ່ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ພາຍຫຼັງໄດ້ຮັບການລາຍງານຈາກພົນລະເມືອງດີວ່າມີກຸ່ມຄົນຕ່າງປະເທດ ໄດ້ເຊົ່າສະຖານດັ່ງກ່າວທີ່ເປັນສາງເກັບເຄື່ອງ ມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ.

ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ

ຜ່ານການກວດຄົ້ນສາມາດກັກຕົວຜູ້ຕ້ອງສົງໃສທີ່ມີການ ເຄື່ອນໄຫວເປັນແອັດມິນເວບຫຼິ້ນການພະນັນອອນລາຍ ສັນຊາດໄທ 42 ຄົນ ຍິງ 18 ຄົນ ແລະ ພົບເຫັນອຸປະກອນຄອມພີວເຕີຕັ້ງໂຕະ ແລະ ໂທລະສັບຈຳນວນຫຼາຍເຄື່ອງ ທີ່ນຳໃຊ້ເຂົ້າໃນການກະທຳຜິດ.

ADadvertisement
ADadvertisement
ADadvertisement
ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ແລະ ບຸກຄົນທີ່ມີສ່ວນພົວພັນມາດຳເນີນຄະະດີຕາມລະບຽບກົດໝາຍ.

ປກສ ແຂວງສະຫວັນນະເຂດຈັບຕົວແອັດມີນເວບຫຼິ້ນການພະນັນອອນລາຍສັນຊາດໄທ 42 ຄົນ · ຮູບທີ 3

ຂ່າວ: ປກສ ແຂວງສະຫວັນນະເຂດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່