ວັນຈັນ ທີ 30 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງຫຼວງນໍ້າທາ ສຶກສາອົບຮົມຜູ້ຕັ້ງເຟສບຸກແອບອ້າງຊື່ວັດ ເພື່ອຂໍຮັບບໍລິຈາກເງິນ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ38 ຄັ້ງ
ປກສ ເມືອງຫຼວງນໍ້າທາ ສຶກສາອົບຮົມຜູ້ຕັ້ງເຟສບຸກແອບອ້າງຊື່ວັດ ເພື່ອຂໍຮັບບໍລິຈາກເງິນ
ADadvertisement
ADadvertisement
ADadvertisement

ໃນວັນທີ 28 ສິງຫາ 2026, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ນຳຕົວ ທ້າວ ພອນໄຊ ອາຍຸ 27 ປີ ຢູ່ບ້ານຕາຫວານ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ມາສຶກສາອົບຮົມ ແລະ ກ່າວເຕືອນ. ຫຼັງຈາກທີ່ຜູ້ກ່ຽວມີພຶດຕິກຳແອບອ້າງສ້າງບັນຊີ ແລ້ວລົງສື່ສັງຄົມອອນລາຍ ເພື່ອຫຼອກລວງເອົາເງິນບໍລິຈາກ ຈາກສັງຄົມ.

ເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ: ທ້າວ ພອນໄຊ ໄດ້ມີເຈດຕະນາບໍ່ດີ ໂດຍການສ້າງເພຈເຟສບຸກ ຂຶ້ນມາ ໂພສຂໍເຊີນຊວນແຜ່ປັດໄຈຈາກຜູ້ມີຈິດໃຈເຫຼື້ອມສັດທາຮ່ວມ (ບໍລິຈາກເງິນ).

ພຶດຕິກໍາດັ່ງກ່າວແມ່ນການແອບອ້າງເອົາຊື່ ວັດນໍ້າທຸງ ມາເປັນສາກບັງ ໜ້າ ເພື່ອສ້າງຄວາມໜ້າເຊື່ອຖື, ໂດຍຜູ້ກ່ຽວໄດ້ໃຊ້ບັນຊີສ່ວນຕົວໃນທະນາຄານອອກຊື່: ທ້າວ ພອນໄຊ ສຸລິຍະພອນ ລົງຊ່ອງທາງຮັບການໂອນເງິນ, ເຊິ່ງເງິນທັງໝົດບໍ່ໄດ້ສົ່ງເຂົ້າວັດຕາມທີ່ແອບອ້າງແຕ່ຢ່າງໃດ.

ADadvertisement
ADadvertisement
ADadvertisement

ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງສັ່ງໃຫ້ຢຸດເຊົາພຶດຕິກຳດັ່ງກ່າວຢ່າງເດັດຂາດ ເພາະເປັນການກະທຳທີ່ຜິດຕໍ່ລະບຽບກົດໝາຍ ແລະ ທຳລາຍຄວາມເຊື່ອຖືໃນພຸດທະສາສະໜາ; ເຊິ່ງທ້າວ ພອນໄຊ ໄດ້ຍອມຮັບສາລະພາບ ຕໍ່ການກຳທະຜິດຂອງຜູ້ກ່ຽວທຸກປະການ ພ້ອມທັງໄດ້ກ່າວຄຳຂໍໂທດຕໍ່ສັງຄົມ ທີ່ຜູ້ກ່ຽວໄດ້ກະທຳສິ່ງທີ່ບໍ່ຖືກຕ້ອງ ແລະ ໃຫ້ຄຳໝັ້ນສັນຍາວ່າ ເຫດການກະທຳຜິດຄັ້ງນີ້ຈະເປັນບົດຮຽນ ແລະ ຈະບໍ່ຫວນຄືນໄປເຮັດສິ່ງຜິດກົດໝາຍອີກຕໍ່ໄປ.

ເຈົ້າໜ້າທີ່ ຍັງໄດ້ຝາກເຕືອນມາຍັງພໍ່-ແມ່ປະຊາຊົນ ແລະ ຜູ້ໃຊ້ສື່ສັງຄົມອອນລາຍທຸກທ່ານ ໃຫ້ມີສະຕິລະວັງຕົວໃນການໂອນເງິນບໍລິຈາກຕ່າງໆ ຄວນກວດສອບແຫຼ່ງທີ່ມາ ແລະ ບັນຊີປາຍທາງໃຫ້ຊັດເຈນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີ.

ຂ່າວ: ຄວາມສະຫງົບ Lao Security News

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນຈັນ 30 ພະຈິກ 2026 · ແຮມ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່