ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສາວລາວຖືກຈັບ ລັກລອບນຳຢາອີ 8,37 ກິໂລ ແລະ ຢາສູບໄຟຟ້າ 54 ອັນ ເຂົ້າໄທ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ສາວລາວຖືກຈັບ ລັກລອບນຳຢາອີ 8,37 ກິໂລ ແລະ ຢາສູບໄຟຟ້າ 54 ອັນ ເຂົ້າໄທ
ADadvertisement
ADadvertisement
ADadvertisement

ສຳນັກຂ່າວໄທລາຍງານວ່າ: ວັນທີ 25 ກັນຍາ 2026 ທ່ານນາງ ປະອໍຣັດຕະນາ ຣັດຕະນະພອນສົມປອງ ຜູ້ອຳນວຍການສຳນັກງານພາສີ ພາກທີ 3 ໄດ້ເປີດເຜີຍຂໍ້ມູນວ່າ ກົມພາສີ ໂດຍດ່ານພາສີທົ່ງຊ້າງ ຮ່ວມກັບພາກສ່ວນຄວບຄຸມທາງພາສີ ສຳນັກງານພາສີ ພາກທີ 3 ໄດ້ປະສານງານຮ່ວມມືກັບ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າກວດຄົ້ນກະເປົາເດີນທາງຂອງຜູ້ນຳທ່ຽວ-ຜູ້ເດີນທາງເຂົ້າມາໃນລາຊະອານາຈັກໄທ ບໍລິເວນຈຸດຜ່ານແດນຖາວອນບ້ານຫ້ວຍໂກ໋ນ ຕຳບົນຫ້ວຍໂກ໋ນ ອຳເພີເມືອງສະເຫລີມພະກຽດ ຈັງຫວັດນ່ານ ປະເທດໄທ

ຈາກການກວດຄົ້ນກະເປົາເດີນທາງຂອງຍິງສາວຊື່ ນາງ CHIA VANG ສັນຊາດລາວ ອາຍຸ 25 ປີ ຄົນຫລວງພະບາງ ພົບການຊຸກເຊື່ອງຊອງສີບົວ ທີ່ມີກາຮູບງົວແດງ ໜ້າຊອງລະບຸຂໍ້ຄວາມວ່າ ຄໍລາເຈນ, ຊອງສີດຳໜ້າຊອງລະບຸກາ ROLLS – ROYCE ແລະ ພົບຢາສູບໄຟຟ້າອີກ 54 ອັນ.

ເມື່ອນຳຊອງສີບົວ ແລະ ຊອງສີດຳ ມາເປີດກວດສອບພາຍໃນດ້ວຍນ້ຳຢາມາກຄວິດ (MARQUIS REAGENT) ຜົນປະກົດວ່າເປັນ ECSTASY ຫລື ຢາອີ ມີນ້ຳໜັກລວມ 8.37 ກິໂລກຣາມ.

ADadvertisement
ADadvertisement
ADadvertisement

ປັດຈຸບັນ, ເຈົ້າໜ້າທີ່ໄດ້ນຳສົ່ງຕົວໃຫ້ພະນັກງານສອບສວນ ສະຖານີຕຳຫລວດພູທອນສະເຫລີມພະກຽດ ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່