MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ຫຼວງນ້ຳທາ ຄຸມຕົວຜູ້ຕ້ອງຫາທົດສະກຳຄືນ ຄະດີຍິງໝູ່ເສຍຊີວິດ ເພາະເຂົ້າໃຈຜິດຄິດວ່າສັດປ່າ

ປກສ ຫຼວງນ້ຳທາ ຄຸມຕົວຜູ້ຕ້ອງຫາທົດສະກຳຄືນ ຄະດີຍິງໝູ່ເສຍຊີວິດ ເພາະເຂົ້າໃຈຜິດຄິດວ່າສັດປ່າ

kaling
ເຜີຍແຜ່: 29 ກັນຍາ 2026, 14:06
ປັບປຸງຫຼ້າສຸດ: 29 ກັນຍາ 2026, 14:07
Copy of pele - 2026-09-29T140607.964

ປກສ ແຂວງຫລວງນໍ້າທາ ລາຍງານວ່າ: ວັນທີ 25 ກັນຍາ 2026, ພະແນກສືບສວນ-ສອບສວນ ຫ້ອງຕຳຫລວດ ກອງບັນຊາການ ປກສ ແຂວງຫລວງນ້ຳທາ ໄດ້ນຳເອົາຜູ້ຖືກຫາ ທ້າວ ຈັນ ພົງມະນີ, ອາຍຸ 64 ປີ, ປະຊາຊົນ ບ້ານ ບໍ່ປຽດ, ເມືອງຫລວງນ້ຳທາ, ແຂວງຫລວງນ້ຳທາ ທີ່ໄດ້ລັ່ນໄກໃສ່ ທ້າວຈັນທີ, ອາຍຸ 51 ປີ, ປະຊາຊົນ ບ້ານບໍ່ປຽດ, ເມືອງຫລວງນ້ຳທາ, ໃນຄັ້ງວັນທີ 25 ພຶດສະພາ 2026 ທີ່ຜ່ານມາ ຢູ່ ປ່າເທິງບ້ານບໍ່ປຽດ, ເມືອງຫລວງນ້ຳທາ ມາທົດສະກຳຄືນ ເພື່ອເປັນຂໍ້ມູນຫລັກຖານຕາມຄຳຮັບສາລະພາບ ປະກອບເຂົ້າໃນສຳນວນຄະດີສົ່ງໄອຍະການສັ່ງຟ້ອງ ໃຫ້ສານຕັດສິນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວຈັນ ພົງມະນີ ຜູ້ຖືກຫາ ໄດ້ໃຫ້ການວ່າ: ໃນວັນທີ 25 ພຶດສະພາ 2026, ເວລາປະມານ 14:00 ໂມງ, ທ້າວ ຈັນທີ (ຜູ້ເສຍຊີວິດ) ໄດ້ມາຊັກຊວນຕົນເອງໄປຍິງນົກກິນໝາກສາ, ແຕ່ກໍບອກລາວໃຫ້ໄປກ່ອນ ແລ້ວຕົນເອງຄ່ອຍໄປນຳຫລັງ. ພໍມາຮອດເວລາ 18:00 ໂມງ, ຕົນເອງຈຶ່ງໄດ້ຖືເອົາປືນແກັບ 1 ກະບອກ ຍ່າງຂຶ້ນໄປຕາມສັນພູ ພໍຮອດເຂດປ່າໄມ້ແກ່ທີ່ມີປ່າໝາກແໜ່ງ ແລ້ວພົບເຫັນສິ່ງໃດໜຶ່ງເໜັງຕີງຄ້າຍຄືສັດປ່າຢູ່ແຄມຕົ້ນກ້ວຍ, ຕົນເອງຈຶ່ງໄດ້ລັ່ນໄກປືນ 1 ບາດ. ແລ້ວເຂົ້າໄປເບິ່ງ ພົບເຫັນ ທ້າວຈັນທີ ຖືກຕົນເອງຍິງເຂົ້າບໍລິເວນໜ້າເອິກ ແລະ ບ່າໄຫລ່ເບື້ອງຂວາ, ມີລູກໂດດ ແລະ ລູກຫວ່ານເປັນຈຳນວນຫລາຍຈຸດ ເຮັດໃຫ້ທ້າວຈັນທີ ເສຍຊີວິດຄາທີ່.

ຕົນເອງຕົກໃຈ ແລະ ຮູ້ສຶກຢ້ານກົວ ຈຶ່ງຮີບຍ່າງກັບເຮືອນ ໂດຍບໍ່ໄດ້ບອກໃຫ້ຜູ້ໃດຟັງຕໍ່ກັບເຫດການດັ່ງກ່າວ. ຮອດຕອນເຊົ້າຂອງວັນທີ 26 ພຶດສະພາ 2026, ຍາດພີ່ນ້ອງ ແລະ ຊາວບ້ານໄປຊອກຫາ ແລ້ວພົບເຫັນ ທ້າວຈັນທີ ນອນເສຍຊີວິດຢູ່ບ່ອນຈຸດເກີດເຫດ. ຈາກນັ້ນ, ເຈົ້າໜ້າທີ່ຕຳຫລວດຈຶ່ງທຳການຊັນນະສູດຊາກສົບ ພ້ອມທັງເກບກຳຂໍ້ມູນເອົາຄຳໃຫ້ການຈາກຍາດພີ່ນ້ອງ. ຕົກມາຮອດວັນທີ 4 ສິງຫາ 2026, ເຈົ້າໜ້າທີ່ໄດ້ກັກຕົວ ທ້າວຈັນ ພົງມະນີ ມາດຳເນີນຄະດີຕາມລະບຽບກົດໝາຍ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດເຫດການ

ຂ່າວທີ່ກ່ຽວຂ້ອງ