MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

9 ເດືອນ ອັດຕະປື ມີອຸບັດຕິເຫດຕາມທ້ອງທະໜົນເກີດຂື້ນ 375 ຄັ້ງ ມີຜູ້ເສຍຊີວິດ 16 ຄົນ

9 ເດືອນ ອັດຕະປື ມີອຸບັດຕິເຫດຕາມທ້ອງທະໜົນເກີດຂື້ນ 375 ຄັ້ງ ມີຜູ້ເສຍຊີວິດ 16 ຄົນ

kaling
ເຜີຍແຜ່: 30 ກັນຍາ 2026, 16:22
ປັບປຸງຫຼ້າສຸດ: 30 ກັນຍາ 2026, 16:22
_Mahasan Post (55)

ໄລຍະ 9 ເດືອນຂອງປີນີ້, ຢູ່ແຂວງອັດຕະປື ມີອຸບັດຕິເຫດຕາມທາງຖະໜົນເກີດຂື້ນທັງໝົດ 375 ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ 64 ຄັ້ງ ແລະ ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດດັ່ງກ່າວທັງໝົດ 16 ຄົນ, ຍິງ 2 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຜູ້ເສຍຊີວິດຫຼດລົງ 3 ຄົນ, ຈາກອຸບປະຕິເຫດ ດັ່ງກ່າວ ມີພາຫະນະເປ້ເພລວມ 522 ຄັນ, ໃນນັ້ນ ເປ້ເພເລັກນ້ອຍ 313 ຄັນ, ເປ້ເພສົມຄວນ 198 ຄັນ ແລະ ໃຊ້ການບໍ່ໄດ້ 11 ຄັນ, ມີຜູ້ໄດ້ຮັບບາດເຈັບລວມ 503 ຄົນ, ບາດເຈັບເລັກນ້ອຍ 326 ຄົນ, ບາດເຈັບສົມຄວນ 142 ຄົນ, ບາດເຈັບສາຫັດ 19 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດຕິເຫດທັງໝົດ 2,4 ຕື້ກວ່າກີບ.

ທ່ານ ຮອ ເມືອງໄຊ ໝື່ນຫຼວງ, ຮອງກອງສືບສວນ-ສອບສວນຄະດີອຸປະຕິເຫດ ພະແນກຈະລາຈອນ ປກສ ແຂວງອັດຕະປື ໄດ້ໃຫ້ສໍາພາດໃນວັນທີ 30 ກັນຍາ 2026 ໃຫ້ຮູ້ວ່າ: ສະພາບການເກີດອຸບັດຕິ ເຫດຕາມທ້ອງທະໜົນຢູ່ພາຍໃນແຂວງອັດຕະປື ຍັງເປັນບັນຫາທີ່ຕ້ອງໄດ້ຮັບການເອົາໃສ່ໃຈ ແລະ ຮ່ວມມືຈາກຫຼາຍພາກສ່ວນ, ເຊິ່ງໄລຍະ 9 ເດືອນທີ່ຜ່ານມາ ຕາມການເກັບກໍາສະຖິຕິຂອງເຈົ້າໜ້າທີ່ພົບວ່າ ສາເຫດຫຼັກຂອງການເກຄດອຸບັດຕິເຫດ ສ່ວນໜຶ່ງມາຈາກຜູ້ຂັບຂີ່ຍັງປະຕິບັດຕາມກົດຈະລາຈອນບໍ່ດີເທົ່າທີ່ຄວນ ເຊັ່ນ: ການຂັບຂີ່ບໍ່ປ່ອຍສິດ, ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ໃຊ້ລົດໃຊ້ຖະໜົນ, ຂັບຂີ່ດ້ວຍຄວາມໄວເກີນກຳນົດ, ລວມເຖິງການດື່ມສິ່ງມືນເມົາແລ້ວຂັບຂີ່ ແລະ ອື່ນໆ. ສ່ວນຈຸດທີ່ມັກເກີດອຸບປະຕິເຫດຫຼາຍ ແມ່ນຕາມຈຸດ 3 ແຍກ, 4 ແຍກ ແລະ ບໍລິເວນຊຸມຊົນທີ່ມີ ການສັນຈອນແອອັດ ໃນເຂດເທດສະບານແຂວງ, ຕໍ່ສະພາບການດັ່ງກ່າວ, ທາງພະແນກຈະລາຈອນ ປກສ ແຂວງອັດຕະປື ກໍໄດ້ເອົາໃຈໃສ່ລົງເຄື່ອນໄຫວເຜີຍແຜ່ ແລະ ໂຄສະນາກົດລະບຽບການສັນ ຈອນຕາມເສັ້ນທາງຫຼວງໃນຂອບເຂດເທດສະບານແຂວງ, ຕາມຈຸດ 3 ແຍກ ແລະ 4 ແຍກທີ່ມີໄຟສັນຍານ, ຕາມສຳນັກງານອົງການ ແລະ ບັນດາໂຮງຮຽນ ເພື່ອສ້າງຄວາມຮູ້ ແລະ ສ້າງຈິດສຳນຶກດ້ານກົດລະບຽບຈະລາຈອນໃຫ້ແກ່ນັກຮຽນ, ພໍ່ແມ່ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ.

ທ່ານ ຮອ ເມືອງໄຊ ໝື່ນຫຼວງ ໄດ້ຮຽກຮ້ອງໃຫ້ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕຳ ຫຼວດ ແລະ ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ໃຫ້ກຽດ ແລະ ປ່ອຍສິດໃຫ້ແກ່ກັນ ແລະ ກັນ, ບໍ່ຂັບຂີ່ດ້ວຍຄວາມໄວເກີນກຳນົດ, ບໍ່ຂັບຂີ່ໃນຂະນະມີອາການມືນເມົາ ແລະ ສຳລັບຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບທີ່ໄດ້ມາດຕະຖານທຸກຄັ້ງ, ການຮ່ວມມືກັນຂອງທຸກພາກສ່ວນ ໃນການເຄົາລົບກົດຈະລາຈອນ ແລະ ມີສະຕິຮັບຜິດ ຊອບໃນການໃຊ້ລົດໃຊ້ຖະໜົນ ຈະເປັນປັດໃຈສຳຄັນໃນການປ້ອງກັນ ແລະ ຫຼຸດຜ່ອນອຸບປະຕິເຫດ, ສ້າງຄວາມປອດໄພໃນການສັນຈອນ ແລະ ຈຳກັດຄວາມສູນເສຍຕໍ່ຊີວິດ, ຮ່າງກາຍ ແລະ ຊັບສິນຂອງປະຊາຊົນ.

ຂ່າວ: ສ.ໄຊຄຳສອນ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດເຫດການ

ຂ່າວທີ່ກ່ຽວຂ້ອງ