ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພຽງ 1 ເດືອນ ບໍ່ແກ້ວ ມີອຸບັດເຫດເກີດຂຶ້ນ 11 ຄັ້ງ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ39 ຄັ້ງ
ພຽງ 1 ເດືອນ ບໍ່ແກ້ວ ມີອຸບັດເຫດເກີດຂຶ້ນ 11 ຄັ້ງ
ADadvertisement
ADadvertisement
ADadvertisement

ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຂະແໜງຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ໄດ້ສົມທົບກັບ ພະແນກຕຳຫລວດຈະລາຈອນແຂວງບໍ່ແກ້ວ ໄດ້ເກັບກຳສະຖິຕິການເກີດອຸບັດເຫດ ເພື່ອຫາທາງແກ້ໄຂບັນຫາ, ຊຶ່ງໃນໄລຍະ 1 ເດືອນຜ່ານມາ ມີບັດເຫດເກີດຂຶ້ນ 11 ຄັ້ງ, ມີຜູ້ບາດເຈັບເລັກນ້ອຍ 2 ຄົນ, ບາດເຈັບສົມຄວນ 4 ຄົນ ແລະ ບໍ່ມີຜູ້ເສຍຊີວິດ, ມີພາຫະນະເປ່ເພເລັກນ້ອຍ 9 ຄັນ, ເປ່ເພສົມຄວນ 12 ຄັນ ແລະ ເປ່ເພໃຊ້ການບໍ່ໄດ້ 1 ຄັນ.

ສາເຫດຕົ້ນຕໍຂອງການເກີດອຸເຫດເຫດ ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາ ຂາດສະຕິໃນການຂັບຂີ່ ເຮັດໃຫ້ລົດເສຍຫລັກ ຫລຸດໂຄ້ງ, ຕຳຂອບທາງ, ຕຳເສົາໄຟຟ້າ ແລະ ສິ່ງກີດຂວາງຢູ່ແຄມທາງ, ຂັບຂີ່ລົດດ້ວຍຄວາມໄວສູງ ແລະ ບໍ່ປະຕິບັດຕາມປ້າຍສະແດງເຕືອນຈະລາຈອນ, ຂາດການກວດກາສະພາບເຕັກນິກກ່ອນການຂັບຂີ່ ຫລື ບໍ່ໄດ້ນຳລົດເຂົ້າກວດກາສະພາບເຕັກນິກຕາມກຳນົດເວລາ (6 ເດືອນ ຫລື 1 ປີ), ສະພາບເສັ້ນທາງສ່ວນຫລາຍເປັນທາງພູດອຍ, ມີໂຄ້ງຊັນ ແລະ ອັນຕະລາຍ ເຮັດໃຫ້ຜູ້ຂັບຂີ່ເສຍຫລັກໄດ້ງ່າຍ.

ເພື່ອຫລຸດຜ່ອນ ແລະ ແກ້ໄຂບັນຫາອຸບັດເຫດຕາມເສັ້ນທາງຫລວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຕໍາຫລວດຈະລາຈອນແຂວງ ໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງປະຕິບັດຕາມກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ, ມີສະຕິ ແລະ ບໍ່ປະໝາດໃນທຸກໆການຂັບຂີ່ “ດື່ມຢ່າງມີສະຕິ, ເມົາບໍ່ຂັບ” ຫ້າມດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະຢ່າງເດັດຂາດ, ຕ້ອງກວດກາສະພາບເຕັກນິກຂອງພາຫະນະຕົນເອງຢ່າງເປັນປົກກະຕິກ່ອນການເດີນທາງ ພ້ອມທັງຈຳກັດຄວາມໄວຕາມປ້າຍແນະນຳໃນແຕ່ລະເສັ້ນທາງ, ເມື່ອຮອດຈຸດໂຄ້ງອັນຕະລາຍ ຫລື ທາງຄ້ອຍຊັນ ຕ້ອງຜ່ອນຄວາມໄວ ແລະ ລົງເກຍຕໍ່າທຸກຄັ້ງ.

ADadvertisement
ADadvertisement
ADadvertisement

ຂ່າວ: ຄໍາໄພ ສີຫາລາດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່