ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໂຈນ ລັກເຫລັກສານເສົາໄຟຟ້າແຮງສູງ ເສຍຫາຍຈໍານວນຫລາຍເສັ້ນ ຢູ່ເຂດເມືອງນາຊາຍທອງ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ໂຈນ ລັກເຫລັກສານເສົາໄຟຟ້າແຮງສູງ ເສຍຫາຍຈໍານວນຫລາຍເສັ້ນ ຢູ່ເຂດເມືອງນາຊາຍທອງ
ADadvertisement
ADadvertisement
ADadvertisement

ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງວຽງຈັນ2 ລາຍງານວ່າ: ໃນລະຫວ່າງວັນທີ 29 ກັນຍາ ຫາ 02 ຕຸລາ 2026 ຫ້ອງການຄຸ້ມຄອງສາຍສົ່ງ ແລະ ສະຖານີໄຟຟ້າ ທີ່ຂື້ນກັບສາຂານະຄອນຫລວງວຽງຈັນ 2 ໄດ້ລົງປະຕິບັດວຽກກວດກາສະພາບເຕັກນິກຕົ້ນເສົາ, ສິ່ງແວດລ້ອມກ້ອງແລວ ແລະ ຕັດຕົ້ນໄມ້ທີ່ມີຄວາມສ່ຽງອອກຈາກ 2 ແລວສາຍສົ່ງ 115kV ຈຳນວນ 74 ຕົ້ນເສົາຄື:

1. Line1-2 ແສງສະຫວ່າງ ຫາ ນາຊາຍທອງ

2. Line ໂພນສູງ ຫາ ນາຊາຍທອງ

ADadvertisement
ADadvertisement
ADadvertisement

ການລົງປະຕິບັດວຽກໃນຄັ້ງນີ້ ໄດ້ອະນາໄມຕົ້ນໄມ້ ແລະ ກວດກາອຸປະກອນໄຟຟ້າ. ພ້ອມນີ້, ຍັງພົບເຫັນກຸ່ມຄົນບໍ່ດີ ລັກນ໋ອດ ແລະ ເຫລັກສານເສົາເສຍຫາຍຈຳນວນຫລາຍຕົ້ນ.

ອຸປະກອນໄຟຟ້າຖືເປັນຊັບສິນສ່ວນລວມຂອງຊາດການລັກ ແລະ ທຳລາຍອຸປະກອນໄຟຟ້າ ເປັນສິ່ງທີ່ຜິດກົດໝາຍ. ຖ້າຫາກທ່ານພົບເຫັນເຫດການດັ່ງກ່າວສາມາດແຈ້ງ ສາຍດ່ວນໄຟຟ້າລາວ 1199 ຕະຫລອດ 24 ຊົ່ວໂມງ ຫລື ເບີໂທ 020 28256536.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່