ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອາຍຸ 17 ປີໃຊ້ເລ່ລ່ຽມຕົວະຍົວະໃຫ້ລຸ້ນນ້ອງກໍ່ເຫດລັກຊັບ ລວມມູນຄ່າເສຍຫາຍ 790 ລ້ານກວ່າກີບ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ15 ຄັ້ງ
ອາຍຸ 17 ປີໃຊ້ເລ່ລ່ຽມຕົວະຍົວະໃຫ້ລຸ້ນນ້ອງກໍ່ເຫດລັກຊັບ ລວມມູນຄ່າເສຍຫາຍ 790 ລ້ານກວ່າກີບ
ADadvertisement
ADadvertisement
ADadvertisement

ປກສ ແຂວງຫລວງນໍ້າທາ ລາຍງານວ່າ: ວັນທີ 4 ກັນຍາ 2026 ໄດ້ຮັບແຈ້ງຄວາມຈາກ ນາງ ຕຸ້ຍ ອາຍຸ 39 ປີ ປະຊາຊົນຢູ່ ບ້ານຫລວງ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ວ່າຊັບສິນທີ່ຢູ່ພາຍໃນເຮືອນເສຍຫາຍຫລາຍລາຍການຄື: ຄໍາ ລວມນໍ້າໜັກ 16 ບາດ ກັບ 2 ສະຫລຶງ ແລະ ເງິນຮາງ ຈໍານວນ 1 ອັນ, ເງິນໝັນ ຈໍານວນ 4 ໝັນ, ເງິນບາດໄທ 4,000 ບາດ, ເງິນຢວນ 1,200 ຢວນ, ເງິນກີບ 19,000,000 ກີບ ລວມມູນຄ່າທີ່ເສຍຫາຍ 790,500,000 ກີບ. ພາຍຫລັງໄດ້ຮັບແຈ້ງຄວາມເຈົ້າໜ້າທີ່ໄດ້ ກວດກາສະຖານທີ່ເກີດເຫດ, ເກັບກຳຂໍ້ມູນ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ອິນຄຳ ຫລື ຫລ້າ ອາຍຸ 17 ປີ ປະຊາຊົນ ຢູ່ ບ້ານຫລວງ ເມືອງຫລວງນໍ້າທາ ແຂວງຫລວງນ້ຳທາ ມາສອບສວນ.

ຜ່ານການສອບສວນ ທ້າວ ອິນຄໍາ (ຜູ້ຖືກຫາ) ໄດ້ຮັບສາລະພາບວ່າ: ທ້າຍເດືອນ ກໍລະກົດ 2026 ຕົນເອງໄດ້ບອກ ທ້າວຈັນທະວົງ ອາຍຸ 11 ປີເດັກ (ຜູ້ເປັນຫລານຊາຍຂອງຜູ້ເສຍຫາຍ) ໄປລັກເອົາຄໍາຢູ່ເຮືອນແມ່ເຖົ້າຂອງລາວມາໃຫ້ຕົນເອງ ເພື່ອແລກປ່ຽນໂຕໄກ່ 1 ໂຕ. ພາຍຫລັງຕົນເອງໄດ້ສາຍຄໍຄໍາຈາກ ທ້າວຈັນທະວົງ ກໍໄດ້ໄປຂາຍໃຫ້ ນາງອານຸສອນ ເຈົ້າຂອງຮ້ານຂາຍຄໍາ ມີນໍ້າໜັກ 1 ບາດ ເປັນຈໍານວນເງິນ 30,000,000 ກີບ ແລະ ໄດ້ມາແບ່ງໃຫ້ ທ້າວຈັນທະວົງ 2,000,000 ກີບ. ຈາກນັ້ນ, ທ້າວ ອິນຄໍາ ກໍໄດ້ຍົວະໃຫ້ທ້າວຈັນທະວົງ ໄປລັກເອົາຊັບສິນມີຄ່າຢູ່ພາຍໃນເຮືອນຕື່ມອີກ ລວມທັງໝົດ 12 ຄັ້ງ. ພາຍຫລັງໄດ້ມາ ແມ່ນນໍາໄປຂາຍໃຫ້ ນາງອານຸສອນ ສ່ວນເງິນທີ່ໄດ້ມາແມ່ນນໍາໄປຊື້ສາຍຄໍຄໍາ 2 ເສັ້ນ ນໍ້າໜັກ 1 ບາດ ກັບ 3 ສະຫລຶງ ແລະ ຊື້ລົດຈັກ 4 ຄັນ ເພື່ອມາຂາຍຕໍ່, ຊື້ອຸປະກອນຕັ້ງຮ້ານ ແລະ ນໍາໃຊ້ເງິນໄປທ່ຽວຫລິ້ນຈ່າຍກິນຟູມເຟືອຍ.

ປັດຈຸບັນ, ກອງບັນຊາການ ປກສ ເມືອງຫລວງນ້ຳທາ ໄດ້ສົ່ງມອບສຳນວນຄະດີໃຫ້ ພະແນກກ່ຽວຂ້ອງ ປກສ ແຂວງຫລວງນ້ຳທາ ເພື່ອສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມລະບຽບກົດໝາຍ.

ADadvertisement
ADadvertisement
ADadvertisement

ທີ່ມາ: ປກສແຂວງຫຼວງນ້ຳທາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່