ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 17:49ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
12-2
ADadvertisement
ADadvertisement
ADadvertisement

ປຶ້ມທີ່ນຳມາມອບໃນຄັ້ງນີ້, ມີທັງໝົດ 83 ຫົວ, ປະກອບມີ: ປຶ້ມອ່ານຄວາມຮູ້ທົ່ວໄປກ່ຽວກັບວັດທະນະທຳຈີນ, ປຶ້ມສະແດງເຖິງເອກະລັກ ແລະ ພາບພົດຂອງແຂວງເຈີ້ຈຽງ, ຜົນງານວັນນະຄະດີເດັກ ແລະ ວັນນະຄະດີພື້ນເມືອງເລື່ອງເດັ່ນທີ່ຕິດພັນກັບປະເທດລາວ ຊຶ່ງປະກອບມີສະບັບພາສາລາວ, ຈີນ ແລະ ພາສາອັງກິດ.

ໂອກາດນີ້ ທ່ານ ສຳລານ ຫຼວງອາໄພ ໄດ້ສະແດງຄວາມຂອບໃຈຕໍ່ຫໍສະໝຸດເຈີ້ຈຽງ ສປ ຈີນ ທີ່ໄດ້ນຳເອົາປຶ້ມຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ຖືເປັນໂອກາດອັນດີເປັນປີແຫ່ງມິດຕະພາບ ລາວ-ຈີນ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນເຄື່ອນໄຫວສະເຫຼີມສະຫຼອງການຮ່ວມມືການທູດ ສປ ຈີນ ແລະ ສປປ ລາວ ຄົບຮອບ 65 ປີ ຂອງສອງຊາດ ລາວ-ຈີນ ໂດຍສະເພາະສອງຫໍສະໝຸດລະຫວ່າງຫໍສະໝຸດແຂວງເຈີ້ຈຽງ ແລະ ຫໍສະໝຸດແຫ່ງຊາດລາວ ຊຶ່ງເປັນຂໍ້ລິເລີ່ມໃນການແລກປ່ຽນປຶ້ມ, ການເຊື່ອມໂຍງ ແລະ ຮັດແໜ້ນມິດຕະພາບການຮ່ວມມື.

ທ່ານ ສຳລານ ຫຼວງອາໄພ ຍັງໃຫ້ຮູ້ອີກວ່າ: ສູນວັດທະນະທຳຈີນ ປະຈຳລາວ ມີບົດບາດສຳຄັນໃນການເປັນຂົວຕໍ່ດ້ານວັດທະນະທຳທີ່ພົວພັນເຖິງການຮ່ວມມືລະຫວ່າງສອງປະເທດ. ການມອບ-ຮັບປຶ້ມຈຳນວນ 83 ຫົວ ໃຫ້ແກ່ຫໍສະໝຸດແຫ່ງຊາດນີ້, ເປັນຂໍ້ມູນທີ່ສຳຄັນຈະເຮັດໃຫ້ເພີ່ມຄັງສາງພູມປັນຍາຢູ່ໃນຫໍສະໝຸດໃຫ້ມີຄວາມອຸດົມສົມບູນ, ມີຄວາມຫຼາກຫຼາຍ ເພື່ອໃຫ້ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ຜູ້ສົນໃຈເຂົ້າມາສຶກສາຮຽນູວັດທະນະທຳຈີນ ແລະ ໃຊ້ບໍລິການອ່ານໜັງສືພາສາຈີນໃຫ້ຫຼາຍຂຶ້ນໃນອະນາຄົດ.

ທ່ານ ສູ ຢົ່ງເຊິ່ງ ໄດ້ກ່າວວ່າ: ການມອບປຶ້ມຄັ້ງນີ້, ຖືເປັນສາຍໄຍເຊື່ອມໂຍງອັນສຳຄັນໃນການລົງເລິກການແລກປ່ຽນ ແລະ ຮັດແໜ້ນສາຍຮັດແຫ່ງມິດຕະພາບລະຫວ່າງສອງຫໍສະໝຸດ ລາວ-ຈີນ, ພ້ອມທັງສະແດງຄວາມຫວັງວ່າພາຍໃຕ້ການສະໜັບສະໜູນຂອງຫໍສະໝຸດແຫ່ງຊາດລາວ, ປຶ້ມຊຸດນີ້ຈະຖືກຈັດເປັນ “ຊັ້ນວາງປຶ້ມສະເພາະ” ຫຼື “ມຸມອ່ານໜັງສື” ເພື່ອສ້າງເປັນປ່ອງຢ້ຽມແຫ່ງການຮຽນຮູ້ ແລະ ສຳຜັດກັບວັດທະນະທຳຈີນ ໃຫ້ແກ່ບັນດາເພື່ອນມິດທີ່ຮັກແພງ ແລະ ໃຫ້ຄວາມສົນໃຈຕໍ່ວັດທະນະທຳຈີນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່