ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 00:30ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັດກອງປະຊຸມ ພາຄີສົນທິສັນຍາ ຊີວະນານາພັນ ຂອງອົງການ ສະຫະປະຊາຊາດ ຄັ້ງທີ 17

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
e0ba82
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ, ກອງ​ປະ​ຊຸມ​​ພາ​ຄີ ສົນ​ທິ​ສັນ​ຍາ​ ຊີ​ວະ​ນາ​ນາ​ພັນ​ ຂອງ​ອົງ​ການ​ສະ​ຫະ​ ປະ​ຊາ​ຊາດ ​ຄັ້ງ​ທີ 17 ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຫລວງ​ເຢ​ເຣ​ວັນ​ຂອງ​ອາກ​ເມ​ນີ  ໂດຍ​ໄດ້​ຜ່ານ​ການ​ຮັບ​ຮອງ​ຂໍ້​ຕົກ​ລົງ ​ທີ່​ກ່ຽວຂ້ອ​ງ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ​ການ​ຈັດ​ວາງ​ຊັບ​ພະ​ຍາ​ກອນ ​ແລະ ການ​ສຳ​ຫລວດກວດ​ກາ​ ຄວາມ​ຄືບ​ໜ້າ ​​ຮ່ວມ​ກັນ​ທົ່ວໂລກ ​ຄັ້ງ​ທຳ​ອິດ​ ກ່ຽວ​ກັບ ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ“ຂອບ​ຊີ​ວະ​ນາ​ນາ​ພັນ​ໂລກ​ ຄຸນ​ໝິງ-ມົນ​ເ​ຕ​ເຣວ” ແລະ​ ບົດ​ລາຍ​ງານກອງ​ປະ​ຊຸມ​ ພ້ອມ​ທັງ​ ໄດ້​ຮຽກ​ຮ້ອງ​ໃຫ້​​ທຸກຝ່າຍ ​ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຂອບດັ່ງ​ກ່າວ.ກອງ​ປະ​ຊຸ​ມ​ຄັ້ງ​ນີ້​​ຕົ້ນ​ຕໍ ໄດ້​ສຳ​ຫລວດກວດ​ກາ​ຄວາມ​ຄືບ​ໜ້າ​ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ຂອບ​ຊີ​ວະ​ນາ​ນາ​ພັນ​ໂລກ ​ຄຸນ​ໝິງ-ມົນ​ເຕ​ເຣວ”ທີ່​ໄດ້​ຜ່ານ​ການ​ຮັບ​ຮອງ​ໃນ​ປີ 2022,ຂອບ​ດັ່ງ​ກ່າວ​ ໄດ້​ກຳ​ນົດເປົ້າ​ໝາຍ​ ການ​ເຄື່ອນ​ໄຫວ 23 ໂຄງ​ການ​ທີ່ມຸ້ງ​ໜ້າ​ສູ່​ປີ 2030. ກອງ​ປະ​ຊຸມ​ຍັງ​ໄດ້​ວິ​ເຄາະ ​ຄວາມ​ຫລຸດໂຕນ​ກັນ ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ ​ພ້ອມ​ທັງ ​ໄດ້​ຄົ້ນ​ຄວ້າ​ ຊ່ອງ​ທາງ ​ຂອງການ​ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່