ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 00:30ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍີ່ປຸ່ນ ຈະປັບຂຶ້ນລາຄາອາຫານ-ເຄື່ອງດື່ມ ເກືອບ 1.500 ລາຍການ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
7204
ADadvertisement
ADadvertisement
ADadvertisement

ສຳນັກຂ່າວຊິນຮວາ ຂອງ ສປຈີນ ລາຍງານຈາກ ເຕໂກກຸ ດາຕາແບ່ງ (Teikoku Databank) ເປັນບໍລິສັດ ຄົ້ນຄວ້າ ຂອງ ຍີ່ປຸ່ນ ເປີດເຜີຍວ່າ: ຜະລິດ ຕະພັນ ອາຫານ ແລະ ເຄື່ອງດື່ມ ຈາກ ຜູ້ຜະລິດ ລາຍໃຫຍ່ 195 ແຫ່ງ ຢູ່ໃນ ຍີ່ປຸ່ນ ຈະປັບຂຶ້ນ ລາຄາ ໃນເດືອນພະຈິກນີ້ ລວມ 1.477 ລາຍການ, ເພີ່ມຂຶ້ນເກືອບ 10 ເທົ່າ ເມື່ອທຽບໃສ່ຈໍານວນ ສິນຄ້າ 150 ລາຍການ ໃນໄລຍະດຽວກັນຂອງ ປີ 2025.

ໂດຍສິນຄ້າ ໃນກຸ່ມ ເຄື່ອງປຸງລົດຊາດ ເຊັ່ນ:ຊອດ ແລະ ມາໂຍເນສ (Mayonnaise) ເປັນກຸ່ມ ທີ່ມີ ອັດຕາສ່ວນ ການປັບຂຶ້ນ ລາຄາ ຫລາຍທີ່ສຸດ (644 ລາຍການ), ຖັດມາແມ່ນ ເຄື່ອງດື່ມ ທັງຊະນິດ ທີ່ມີ ແອລກໍຮໍ ແລະ ບໍ່ມີແອລກໍຮໍ (417 ລາຍການ).

ນອກຈາກນັ້ນ, ປະເທດ ຍີ່ປຸ່ນ ຍັງມີ ຜະລິດ ຕະພັນ ອາຫານ ແລະ ເຄື່ອງດື່ມ ທີ່ປັບຂຶ້ນ ລາຄາແລ້ວ ຈໍານວນ 20.327 ລາຍການ ຊຶ່ງເປັນປີທີ 2 ຕິດຕໍ່ກັນ ທີ່ມີ ການຂຶ້ນ ລາຄາ ສິນຄ້າ ຫລາຍກວ່າ 20.000 ລາຍການ, ໃນຂະນະທີ່ທ່າອຽງ ການປັບຂຶ້ນ ລາຄາ ໃນປີ 2027 ອາດຈະຢຸດຈຶ້ງ, ເນື່ອງຈາກ ຜູ້ປະກອບການ ໄດ້ທະຍອຍ ຜ່ານຜ່າ ຕົ້ນທຶນທີ່ເພີ່ມສູງຂຶ້ນ ໄປຍັງ ຜູ້ບໍລິໂພກ ແລະ ຍັງຕ້ອງປະເມີນ ກະແສ ຕອບຮັບ ຂອງ ຜູ້ບໍລິໂພກ ຢ່າງຮອບດ້ານ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່