ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 00:30ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈີນ ສ້າງສະໜາມກິລາ ບັນຈຸ 60.000 ບ່ອນນັ່ງ ໃນເຄັນຍາ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
images-1
ADadvertisement
ADadvertisement
ADadvertisement

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ວິນລຽມ ຣູໂຕ (William Ruto) ປະທານາທິບໍດີ ເຄັນຍາ ເປີດເຜີຍວ່າ: ສະໜາມກິລາສາກົນ ໄຣລາ ໂອດິງກາ (Raila Odinga) ບັນຈຸ 60.000 ບ່ອນນັ່ງ ເຊິ່ງກໍ່ສ້າງ ໂດຍບໍລິສັດຈີນ ມີກຳນົດເປີດນໍາໃຊ້ ໃນວັນທີ 5 ມັງກອນ 2027 ຢູານະຄອນຫລວງ ໄນໂຣບີ ປະເທດເຄັນຍາ. ຄາດວ່າ ສະໜາມ ກິລາ ແຫ່ງນີ້ ຈະຖືກໃຊ້ ເປັນໜຶ່ງ ໃນສະໜາມ ການແຂ່ງຂັນຫລັກ ສຳລັບ ການແຂ່ງຂັນ ເຕະບານ ອາຟຣິກາ ຄັບອອບ ເເນຊັນສ໌ 2027 (2027 Africa Cup of Nations)  ທີ່ເຄັນຍາ ຈະເປັນເຈົ້າພາບຮ່ວມ ກັບ ອູກັນດາ ແລະ ຕັງຊານີ.

ສະໜາມກິລາ ດັ່ງກ່າວ ກໍ່ສ້າງ ໂດຍບໍລິສັດ ໄຊໜາ ໂຣດ ແອນດ໌ ບຣິດຈ໌ ຄໍເປືອະຣຸຊັນ ຫລື ຊີອາບີຊີ (CRBC) ຂອງ ຈີນ ເປັນບໍລິສັດ ໃນສາຂາ ຂອງ ໄຊນ່າ ຄອມມູນິ ກະຊັນສ໌ ຄອນສະຕຣັກຊັນ ຄຳປານີ (CCCC) ຖືເປັນ ສະໜາມກິລາ ຂະໜາດໃຫຍ່ ແຫ່ງໃໝ່ ທຳອິດ ຂອງ ເຄັນຍາ ນັບຕັ້ງແຕ່ ສູນກິລາ ແຫ່ງຊາດ ໂມອີ ເອິນເຕີເນຊັນແນລ ສປອດສ໌ ຄອມເພດລິກສ໌ (Moi International Sports Complex)  ທີ່ກໍ່ສ້າງໂດຍບໍລິສັດ ຈີນ ເຊັ່ນກັນ ໄດ້ເປີດນຳໃຊ້  ເມື່ອປີ 1987 ເພື່ອຮອງຮັບ ການແຂ່ງຂັນ ອໍລ-ອາຟຣິກາ ເກມສ໌ (All-Africa Games)./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່