
ຣັດເຊຍໂຈມຕີສູນຊ່ວຍເຫຼືອດ້ານມະນຸດສະທຳໃນຢູເຄຣນ ຫຼ້າສຸດຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 26 ສົບ

ຍອດຜູ້ເສຍຊີວິດຈາກເຫດການທີ່ຣັດເຊຍໂຈມຕີທາງອາກາດຖົ່ມໝູ່ບ້ານໃນແຄວ້ນຊາໂປຣິສເຊຍ (Zaporizhzhia) ຂອງຢູເຄຣນ ເພີ່ມຂຶ້ນເປັນ 26 ສົບ ໂດຍໂຮງຮຽນທີ່ຖືກຊົມໃຊ້ເປັນສູນຊ່ວຍເຫຼືອດ້ານມະນຸດສະທຳໄດ້ຖືກລະເບີດຂະໜາດໃຫຍ່ໂຈມຕີ ກ່ອນທີ່ຈະຖືກຖົ່ມຊ້ຳຢູ່ບໍລິເວນຫຼຸມຫຼົບໄພ.

ທ່ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ໄດ້ອອກມາກ່າວປະນາມຣັດເຊຍຢ່າງຮຸນແຮງ ຫຼັງຈາກເກີດເຫດໂຈມຕີທາງອາກາດຢູ່ໝູ່ບ້ານໂຄມີຊູວາຄາ (Komyshuvakha) ແຄວ້ນຊາໂປຣິສເຊຍ ທາງຕອນໃຕ້ຂອງຢູເຄຣນ ໃນວັນຈັນທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ສົບ, ບາດເຈັບ 5 ຄົນ ແລະ ມີຜູ້ສູນຫາຍອີກ 27 ຄົນໃນໄລຍະທຳອິດ.
ທ່ານ ມິຄາອິໂລ ເຊມີຄິນ ຜູ້ວ່າການແຄວ້ນຊາໂປຣິສເຊຍ ເປີດເຜີຍວ່າ ກອງທັບຣັດເຊຍໄດ້ໃຊ້ລະເບີດໂຈມຕີທາງອາກາດຂະໜາດ 3,000 ກິໂລກຣາມ ຢ່າງໜ້ອຍ 9 ລູກ ຖົ່ມໃສ່ພື້ນທີ່ດັ່ງກ່າວ. ໃນຂະນະທີ່ ທ່ານ ເຊເລນສະກີ ລະບຸວ່າ ຈຸດທຳອິດທີ່ຖືກໂຈມຕີແມ່ນໂຮງຮຽນໃນທ້ອງຖິ່ນ ເເຊິ່ງຖືກຊົມໃຊ້ເປັນສະຖານທີ່ແຈກຢາຍການຊ່ວຍເຫຼືອດ້ານມະນຸດສະທຳ ກ່ອນທີ່ຣັດເຊຍຈະໂຈມຕີຊ້ຳອີກຄັ້ງໄປຍັງບໍລິເວນທີ່ປະຊາຊົນພວມຫຼົບໄພຢູ່.
ຜູ້ນຳຢູເຄຣນໄດ້ເຜີຍແຜ່ວິດີໂອທີ່ສະແດງໃຫ້ເຫັນຫຼຸມລະເບີດຂະໜາດໃຫຍ່ຈາກການໂຈມຕີ ລວມທັງທີມກູ້ໄພທີ່ພວມຄົ້ນຫາຜູ້ປະສົບໄພທ່າມກາງຊາກຫັກພັງ ໂດຍຍອດຜູ້ເສຍຊີວິດໄດ້ເພີ່ມຂຶ້ນຈາກຕົວເລກເບື້ອງຕົ້ນ 18 ຄົນ ກ່ອນທີ່ໜ່ວຍງານບໍລິການສຸກເສີນແຫ່ງລັດຂອງຢູເຄຣນຈະຢືນຢັນຜູ້ເສຍຊີວິດ 24 ຄົນ ເຊິ່ງລວມມີເຈົ້າໜ້າທີ່ກູ້ໄພ 2 ຄົນ ແລະ ຕຳຫຼວດ 4 ນາຍ ກ່ອນທີ່ ທ່ານ ເຊເລນສະກີ ຈະເປີດເຜີຍຕົວເລກຫຼ້າສຸດວ່າ ມີຜູ້ເສຍຊີວິດແລ້ວ 26 ຄົນ.
ຜູ້ນຳຢູເຄຣນລະບຸວ່າ ຣັດເຊຍຍ່ອມຮູ້ດີວ່າປະຊາຊົນທີ່ຍັງອາໄສຢູ່ໃນໝູ່ບ້ານແຫ່ງນີ້ຈະມາຮັບການຊ່ວຍເຫຼືອດ້ານມະນຸດສະທຳເປັນປະຈຳທຸກສັບປະດາ ພ້ອມທັງປະນາມວ່າເຫດໂຈມຕີຄັ້ງນີ້ແມ່ນເລື່ອງທີ່ຮ້າຍແຮງຢ່າງຍິ່ງ ແລະ ເປັນຫຼັກຖານອີກຄັ້ງວ່າຣັດເຊຍບໍ່ໄດ້ຕ້ອງການຫຼຸດຜ່ອນຄວາມຮຸນແຮງຂອງສົງຄາມ.
ທາງດ້ານ ທ່ານ ເຊມີຄິນ ລະບຸວ່າ ເຫດການຄັ້ງນີ້ເປັນໂສກນາດຕະກຳຄັ້ງໃຫຍ່ຂອງໝູ່ບ້ານ ແລະ ຍັງມີປະຊາຊົນຕິດຢູ່ກ້ອງຊາກອາຄານ ໂດຍທີມກູ້ໄພຍັງຄົງປະຕິບັດໜ້າທີ່ຄົ້ນຫາຜູ້ລອດຊີວິດ ແຕ່ຕ້ອງໄດ້ຢຸດປະຕິບັດການຫຼາຍຄັ້ງ ເນື່ອງຈາກມີໂດຣນຂອງຣັດເຊຍໂຈມຕີໃນບໍລິເວນໃກ້ຄຽງ. ທາງການຈຶ່ງໄດ້ປະກາດໃຫ້ວັນອັງຄານເປັນວັນໄວ້ອາໄລທົ່ວທັງແຄວ້ນຊາໂປຣິສເຊຍ ເພື່ອຮຳລຶກເຖິງຜູ້ເສຍຊີວິດຈາກເຫດໂຈມຕີຄັ້ງນີ້.
ໃນຂະນະດຽວກັນ, ທ່ານ ເຊເລນສະກີ ໄດ້ກ່າວເຖິງຄວາມຫວັງໃນການຍຸຕິສົງຄາມວ່າ ກ່ອນໜ້ານີ້ເຄີຍມີສັນຍານໃນແງ່ບວກ ຫຼັງຈາກຣັດເຊຍ ແລະ ຢູເຄຣນ ໄດ້ຮ່ວມປະຕິບັດການອົບພະຍົບພົນລະເຮືອນອອກຈາກເມືອງໂອເລດກີ (Oleshky) ເຊິ່ງຢູ່ພາຍໃຕ້ການຢຶດຄອງຂອງຣັດເຊຍທາງຕອນໃຕ້ຂອງຢູເຄຣນໄດ້ສຳເລັດ ໃນລະຫວ່າງການຢຸດຍິງຊົ່ວຄາວທີ່ ທ່ານນາງ ເມລາເນຍ ທຣຳ ສຸພາບສະຕີໝາຍເລກໜຶ່ງຂອງອາເມຣິກາ ເປັນຜູ້ຊ່ວຍປະສານງານ ແຕ່ການໂຈມຕີຄັ້ງຫຼ້າສຸດນີ້ກັບສົ່ງສັນຍານໃນທາງກົງກັນຂ້າມ ໂດຍຣັດເຊຍຍັງຄົງມຸ່ງໜ້າສັງຫານຜູ້ຄົນຕໍ່ໄປ.
ສຳລັບຄວາມພະຍາຍາມເຈລະຈາສັນຕິພາບ, ທ່ານ ສະຕີຟ ວິດຄັອຟ (Steve Witkoff) ຜູ້ແທນພິເສດຂອງປະທານາທິບໍດີ ໂດນັລ ທຣຳ ເປີດເຜີຍຜ່ານແພລດຟອມ X ວ່າ ຜູ້ແທນຈາກຢູເຄຣນ, ຣັດເຊຍ ແລະ ອາເມຣິກາ ມີກຳນົດທີ່ຈະກັບມາເຈລະຈາກັນອີກຄັ້ງຢູ່ທີ່ນະຄອນຫຼວງອານູດາບີ ປະເທດສະຫະລັດອາຣັບເອມິເຣດ ໃນສັບປະດາໜ້າ.
ການເຈລະຈາໄດ້ຖືກລະງັບໄປຕັ້ງແຕ່ເດືອນກຸມພາທີ່ຜ່ານມາ ໃນຂະນະທີ່ຣັດເຊຍໄດ້ເພີ່ມການໂຈມຕີຢ່າງຕໍ່ເນື່ອງ ໃນຊ່ວງເວລາທີ່ຢູເຄຣນພວມຂາດແຄນຂີປານາວຸດສະກັດກັ້ນ ທີ່ໄດ້ຮັບຈາກຊາດຕາເວັນຕົກເພື່ອໃຊ້ປ້ອງກັນການໂຈມຕີດ້ວຍຂີປານາວຸດ.
ທ່ານ ວິດຄັອຟ ລະບຸວ່າ ການຫາລືຄັ້ງໃໝ່ນີ້ຈະມຸ່ງເນັ້ນໃສ່ເລື່ອງຫຼັກປະກັນຄວາມໝັ້ນຄົງຫຼັງສົງຄາມ, ການຫຼຸດຜ່ອນຄວາມຮຸນແຮງ, ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ແນວທາງການກ້າວໄປສູ່ສັນຕິພາບ. ນອກຈາກນີ້, ຜູ້ແທນເຈລະຈາຂອງອາເມຣິກາ ຈະຮ່ວມຫາລືກັບເຈົ້າໜ້າທີ່ຈາກເອີຣົບ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ທີ່ນະຄອນຫຼວງບຣຸກເຊນ ໃນສັບປະດານີ້ເຊັ່ນດຽວກັນ.
ທີ່ມາ: BBC
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ຈີນ ສ້າງສະໜາມກິລາ ບັນຈຸ 60.000 ບ່ອນນັ່ງ ໃນເຄັນຍາ
13 ຊົ່ວໂມງກ່ອນ
ຍີ່ປຸ່ນ ຈະປັບຂຶ້ນລາຄາອາຫານ-ເຄື່ອງດື່ມ ເກືອບ 1.500 ລາຍການ
13 ຊົ່ວໂມງກ່ອນ

