ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 14:03ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫຼວງພະບາງເຂັ້ມງວດ! ເລີ່ມລົງກວດກາຮ້ານຄ້າທີ່ຕັ້ງກີດຂວາງທາງຍ່າງກີດຂວາງທາງສັນຈອນ

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ5 ຄັ້ງ
886950448_1106281082197571_8389353157128647644_n
ADadvertisement
ADadvertisement
ADadvertisement

ອີງຕາມແຈ້ງການຂອງຫ້ອງການອຸດສາຫະກຳ ແລະການຄ້າ ນະຄອນຫຼວງພະບາງ ສະບັບເລກທີ 323/ຫຄອນ-ຫຼບ ລົງວັນທີ 30 ຕຸລາ 2026, ໃນມື້ນີ້ ຄະນະວຽກງານຈາກຫ້ອງການອຸດສາຫະກຳ ແລະການຄ້າ ນະຄອນຫຼວງພະບາງ ໄດ້ສົມທົບກັບຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງ ພ້ອມດ້ວຍຄະນະກຳມະການຈັດສັນຕົວເມືອງ ລົງກວດກາ ແລະຈັດລະບຽບພາຍໃນເຂດຕົວເມືອງ ເພື່ອປັບປຸງຄວາມສະອາດ ຄວາມສວຍງາມ ແລະຄວາມເປັນລະບຽບຮຽບຮ້ອຍ ສົມກັບການເປັນເມືອງມໍລະດົກໂລກ.

ການລົງກວດກາຄັ້ງນີ້ ໄດ້ເນັ້ນໃສ່ຫຼາຍບັນຫາສຳຄັນ ປະກອບມີ:

  • ການວາງຂາຍສິນຄ້າຕາມທາງຍ່າງ ທີ່ກີດຂວາງການເດີນທາງຂອງປະຊາຊົນ ແລະນັກທ່ອງທ່ຽວ.
  • ການຕໍ່ແງ້ມ ແລະຕໍ່ເທີບທີ່ບໍ່ຖືກຕ້ອງຕາມລະບຽບ.
  • ການກໍ່ສ້າງສິ່ງປຸກສ້າງຕ່າງໆ ທີ່ບໍ່ປະຕິບັດຕາມລະບຽບການ.
  • ການວາງ ແລະຖິ້ມຂີ້ເຫຍື້ອບໍ່ເປັນລະບຽບ.
  • ບັນຫາອື່ນໆ ທີ່ສົ່ງຜົນກະທົບຕໍ່ພູມທັດ ຄວາມສະອາດ ແລະຄວາມງາມຂອງຕົວເມືອງ.

ພ້ອມນີ້ ຂໍຮຽກຮ້ອງເຖິງພໍ່ແມ່ພີ່ນ້ອງປະຊາຊົນ ຕະຫຼອດຮອດບັນດາຜູ້ປະກອບການທຸກທ່ານ ຈົ່ງຮ່ວມມືກັນປະຕິບັດຕາມລະບຽບກົດໝາຍ ບໍ່ວາງສິ່ງຂອງ ຫຼືສິນຄ້າກີດຂວາງທາງຍ່າງ ແລະຮ່ວມກັນຮັກສາຄວາມສະອາດ ຄວາມສວຍງາມ ພ້ອມທັງຄວາມເປັນລະບຽບຮຽບຮ້ອຍຂອງນະຄອນຫຼວງພະບາງ ໃຫ້ຄົງຄວາມງົດງາມ ແລະສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມ.

ຂ່າວ: ຄະນະໂຄສະນາອົບຮົມ ນະຄອນຫລວງພະບາງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່