ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 15:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຫດສະຫຼົດໃຈ! ນັກທ່ອງທ່ຽວຄົນອິນເດຍເສຍຊີວິດ ຫລັງເຮລິຄອບເຕີ 2 ລຳປະສານງານກັນຕົກຂະນະກຽມລົງຈອດບໍລິເວນຖານພູເອເວີເຣສ ປະເທດເນປານ.

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ10 ຄັ້ງ
000_b47d2zq
ADadvertisement
ADadvertisement
ADadvertisement

ເຮລິຄອບເຕີ 2 ລຳຂອງບໍລິສັດເອກະຊົນ ປະສານງານກັນຕົກຂະນະກຽມລົງຈອດບໍລິເວນຖານພູເອເວີເຣສ ໃນປະເທດເນປານ ສົ່ງຜົນໃຫ້ນັກທ່ອງທ່ຽວຊາວອິນເດຍເສຍຊີວິດ 1 ຄົນ ແລະຊາວນິວຊີແລນບາດເຈັບ 1 ຄົນ.

ເຫດການເກີດຂຶ້ນໃນເຂດໂຊລຸຄຸມບູ ໂດຍເຮລິຄອບເຕີທັງສອງລຳເປັນຂອງບໍລິສັດ Fishtail Air ແລະ Dynasty Air. ຂະນະເກີດເຫດ ເຮລິຄອບເຕີລຳໜຶ່ງກຳລັງຂົນສົ່ງນັກທ່ອງທ່ຽວອອກຈາກພື້ນທີ່ເອເວີເຣສ ສ່ວນອີກລຳບັນທຸກສິນຄ້າແລະສຳພາລະ.

ຜູ້ບາດເຈັບຊາວນິວຊີແລນໄດ້ຮັບການຊ່ວຍເຫຼືອອອກຈາກຈຸດເກີດເຫດແລ້ວ ຂະນະທີ່ສາເຫດຂອງອຸບັດຕິເຫດຍັງຢູ່ໃນຂັ້ນຕອນການສືບສວນ.

ເຫດການນີ້ເກີດຂຶ້ນໃນຊ່ວງລະດູທ່ອງທ່ຽວ ແລະປີນພູທີ່ຄຶກຄື້ນຂອງເນປານ ເຊິ່ງມີນັກປີນພູແລະນັກທ່ອງທ່ຽວຈຳນວນຫຼາຍເດີນທາງໄປຍັງເຂດພູເອເວີເຣສ.

ທີ່ມາ: Channel News Asia

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່