
ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ ພົບປະ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ

ໃນວັນທີ 3 ພະຈິກ 2026 ທີ່ ນະຄອນຫຼວງຮ່າໂນ້ຍ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະ ເຮັດວຽກຮ່ວມກັບ ສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍັງສືບຕໍ່ແຕກດອກອອກຜົນ ແລະ ພວມນໍາຜົນປະໂຫຍດຕົວຈິງແກ່ສອງປະເທດ, ສະແດງອອກໃນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນເສດຖະກິດ-ການຄ້າ, ການລົງທຶນ ໄດ້ຮັບການເອົາໃຈໃສ່ ແລະ ມີຄວາມຄືບໜ້າກວ່າເກົ່າ ເຊິ່ງໃນ 9 ເດືອນຕົ້ນປີນີ້, ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ຫຼາຍກວ່າ 1,832 ລ້ານໂດລາ ໃນນີ້, ມູນຄ່າການສົ່ງອອກສິນຄ້າຂອງລາວໄປຫວຽດນາມ 1,425 ລ້ານໂດລາ ແລະ ມູນຄ່າການລົງທຶນຂອງຫວຽດນາມ ບັນລຸໄດ້ 4,7 ຕື້ໂດລາ ແລະ ຍັງສືບຕໍ່ຈັດຢູ່ໃນອັນດັບຕົ້ນໆຂອງການລົງທຶນຕ່າງປະເທດຢູ່ລາວ.


ສະຫາຍ ປະທານສະພາແຫ່ງຊາດລາວ ສະແດງຄວາມຂອບໃຈຕໍ່ ສະຫາຍ ນາຍົກລັດຖະມົນຕີຫວຽດນາມ ທີ່ໄດ້ເອົາ ໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕໍ່ການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງສອງລັດຖະບານ ເຊິ່ງຫຼາຍໂຄງການມີຄວາມຄືບໜ້າ ແລະ ມີປະສິດທິຜົນສູງ; ພ້ອມນີ້, ກໍສະເໜີໃຫ້ສືບຕໍ່ຊ່ວຍຕິດຕາມ ແລະ ຊີ້ນໍາຢ່າງໃກ້ຊິດ ເພື່ອເຮັດໃຫ້ບັນດາໂຄງການທີ່ໄດ້ລົງນາມຮ່ວມກັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ທັນຕາມກຳນົດເວລາ ໂດຍສະເພາະໂຄງການທີ່ຫາກໍ່ລົງນາມຮ່ວມມືກັນ, ໂຄງການທີ່ສືບຕໍ່ ແລະ ໂຄງການທີ່ພວມລິເລິ່ມຮ່ວມມື ເປັນຕົ້ນແມ່ນໂຄງການທ່າເຮືອຫວຸງອາງ (ໄລຍະ 1, 2, 3), ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ທໍ່ສົ່ງນໍ້າມັນ, ໂຄງການລົດໄຟ ລາວ-ຫວຽດນາມ ແລະ ໂຄງການອື່ນໆ ທີ່ຈະຊ່ວຍໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຢ່າງເປັນຮູບປະທໍາ.

ການນຳຂັ້ນສູງທັງສອງຝ່າຍ ຈະຊຸກຍູ້ການສ້າງກິດຈະກໍາຕ່າງໆ ຮ່ວມກັນສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2027 ເພື່ອໂຄສະນາສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມ ໄດ້ຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຫາຍາກ ແລະ ມີໜຶ່ງດຽວໃນໂລກ.
ຂ່າວ: ສພຊ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ອົງຄະນະພັກ ນວ ຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ
1 ຊົ່ວໂມງກ່ອນ


ພົບປະສອງຝ່າຍລະຫວ່າງປະທານສະພາແຫ່ງຊາດ ລາວ-ຫວຽດນາມ
22 ຊົ່ວໂມງກ່ອນ

