ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 13:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫວາດສຽວ! ເຫດລົດໃຫຍ່ຢຽບກ້ອນຫີນ ຟົ້ງເຂົ້າຮ້ານຂາຍເຄື່ອງແຄມທາງ ເສັ້ນທາງ ບ.ປ່າໄລ່ ມ.ທ່າພະບາດ ຂ.ບໍລິຄຳໄຊ ມີຄລິບ!

ໂດຍ kaling
· 38 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ຫວາດສຽວ! ເຫດລົດໃຫຍ່ຢຽບກ້ອນຫີນ ຟົ້ງເຂົ້າຮ້ານຂາຍເຄື່ອງແຄມທາງ ເສັ້ນທາງ ບ.ປ່າໄລ່ ມ.ທ່າພະບາດ ຂ.ບໍລິຄຳໄຊ ມີຄລິບ!
ADadvertisement
ADadvertisement
ADadvertisement

ມີຜູ້ໃຊ້ເຟສບຸກ (ປະຊາຊົນໃນພື້ນທີ່) ໄດ້ໂພສລະບາຍຄວາມອັດອັ້ນຕັນໃຈ ແລະ ຮ້ອງຂໍຄວາມຊ່ວຍເຫຼືອ ກ່ຽວກັບສະພາບ ເສັ້ນທາງປ່າໄລ່ ເມືອງທ່າພະບາດ ແຂວງບໍລິຄຳໄຊ ທີ່ປະຈຸບັນມີສະພາບເປ່ເພ, ເປື້ອນເປິ ແລະ ສ້າງຄວາມອັນຕະລາຍໃຫ້ກັບຜູ້ສັນຈອນໄປມາຢ່າງຮ້າຍແຮງ.

ຫວາດສຽວ! ເຫດລົດໃຫຍ່ຢຽບກ້ອນຫີນ ຟົ້ງເຂົ້າຮ້ານຂາຍເຄື່ອງແຄມທາງ ເສັ້ນທາງ ບ.ປ່າໄລ່ ມ.ທ່າພະບາດ ຂ.ບໍລິຄຳໄຊ ມີຄລິບ!

📌 ໂດຍມີປະເດັນຄວາມເດືອດຮ້ອນຫຼັກໆ ດັ່ງນີ້:

  • ຂີ້ຝຸ່ນໜາແໜ້ນ: ແຕ່ລະມື້ມີຂີ້ຝຸ່ນຟຸ້ງກະຈາຍຢ່າງຮຸນແຮງ ຈົນປະຊາຊົນໂດຍສະເພາະເດັກນ້ອຍ ແຄ້ນຂີ້ຝຸ່ນ ແລະ ສ່ຽງຕໍ່ການເປັນໂລກທາງເດີນຫາຍໃຈ/ໂລກປອດ.
  • ລົດໃຫຍ່ຂັບໄວ: ມີທັງລົດແຮ່, ລົດບັນທຸກພູເບຍ ແລະ ລົດຂົນສົ່ງຕ່າງໆ ຂັບຂີ່ດ້ວຍຄວາມໄວສູງ ຄືຈັ່ງຂັບຢູ່ທາງຄອນກີດ ໂດຍບໍ່ມີການຫຼຸດຄວາມໄວ ເວລາຜ່ານເຂດຊຸມຊົນ.
  • ຄວາມບໍ່ປອດໄພ: ເສັ້ນທາງມີຄວາມສ່ຽງເກີດອຸປະຕິເຫດສູງ “ຫຼື ຖ້າມີຄົນຕາຍພຸ້ນບໍ່ ຈຶ່ງຊິມາແປງ?” ຄົນບໍ່ໄດ້ຢູ່ແຄມທາງ ບໍ່ມີວັນເຂົ້າໃຈຄວາມລະແວງໃນການດຳລົງຊີວິດແຕ່ລະມື້.

📢 ຝາກເຖິງ ສສຂ ເມືອງທ່າພະບາດ ແຂວງບໍລິຄຳໄຊ:
ວອນຂໍໃຫ້ທ່ານຊ່ວຍເກັບກຳເກັບບັນຫາຄວາມທຸກຍາກລຳບາກຂອງປະຊາຊົນໃນຄັ້ງນີ້ ເຂົ້າໄປສະເໜີ ແລະ ລາຍງານຕໍ່ກອງປະຊຸມສະພາແດ່ ເພື່ອໃຫ້ມີການລົງມາສ້ອມແປງ, ແກ້ໄຂ ແລະ ພັດທະນາຢ່າງເປັນຮູບປະທຳ.

ຫວາດສຽວ! ເຫດລົດໃຫຍ່ຢຽບກ້ອນຫີນ ຟົ້ງເຂົ້າຮ້ານຂາຍເຄື່ອງແຄມທາງ ເສັ້ນທາງ ບ.ປ່າໄລ່ ມ.ທ່າພະບາດ ຂ.ບໍລິຄຳໄຊ ມີຄລິບ! · ຮູບທີ 2

👤 ພ້ອມໃຫ້ຂໍ້ມູນຄວາມຈິງ:
ທາງຜູ້ຮ້ອງທຸກຍິນດີໃຫ້ຂໍ້ມູນເພີ່ມເຕີມທຸກຢ່າງກ່ຽວກັບຄວາມເດືອດຮ້ອນນີ້ ສາມາດຕິດຕໍ່ໄດ້ທີ່ເບີ: 5555 2858 (ພ້ອມຢືນຢັນວ່າ ນີ້ຄືການເວົ້າຄວາມຈິງ ບໍ່ໄດ້ມີເຈດຕະນາຮ້າຍ ເພາະເດືອດຮ້ອນແທ້ໆ).

#ລາຍງານຄວາມເດືອດຮ້ອນ #ເສັ້ນທາງປ່າໄລ່ #ເມືອງທ່າພະບາດ #ແຂວງບໍລິຄຳໄຊ #ຮ້ອງທຸກ #ສະພາປະຊາຊົນແຂວງ

ທີ່ມາ: ແອັດດີ ປານມານຸວົງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່