
ກອງບັນຊາການປ້ອງກັນສູນກາງ ເຂົ້າອວຍພອນ ການນໍາ ໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 65 ປີ

ໃນລະຫວ່າງວັນທີ 3-4 ພະຈິກ 2026 ນີ້, ຄະນະພັກ-ຄະນະນໍາ ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ທ່ານ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ທ່ານ ນາງ ວຽງເງິນ ໄຂຄໍາພິທູນ ພັນລະຍາປະທານສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 65 ປີ (11 ພະຈິກ 1961-11 ພະຈິກ 2026).

ໃນໂອກາດນີ້, ທ່ານ ພົຈວ ບຸນທົງ ສີດາວົງ ໄດ້ລາຍງານການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ຂອງກອງບັນຊາການປ້ອງກັນສູນກາງ ຕະຫລອດໄລຍະຜ່ານມາ ໃຫ້ບັນດາທ່ານຜູ້ນໍາໄດ້ຮັບຊາບ.ພ້ອມກັນນີ້, ກໍໄດ້ກ່າວຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນໍາພັກ-ລັດ ຈົ່ງມີສຸຂະພາບພະລານາໄມສົມບູນ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ. ການເຂົ້າອວຍພອນຄັ້ງນີ້, ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ບັນດາການນໍາ ທີ່ໄດ້ທຸ້ມເທເຫື່ອແຮງ,ສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດ ເຂົ້າໃນການນໍາພາ-ຊີ້ນຳ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ.



ໃນໂອກາດດັ່ງກ່າວ, ບັນດາການນໍາພັກ-ລັດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ພ້ອມທັງຍ້ອງຍໍຊົມເຊີຍຜົນສໍາເລັດທີ່ກໍາລັງປ້ອງກັນສູນກາງ ຍາດມາໄດ້ຕະຫລອດໄລຍະຜ່ານມາ ແລະ ຄະນະນໍາກອງບັນຊາການ, ຕະຫລອດຮອດ ນາຍ ແລະ ພົນຕໍາຫລວດ ທົ່ວກໍາລັງປ້ອງກັນສູນກາງ ທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ຢ່າງມີຜົນສໍາເລັດ.
ຂ່າວ: ຄຳໂຖ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






