
ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ໂຕ ເລິມ ເລຂາທິ ການໃຫຍ່ ປະທານປະເທດຫວຽດນາມ

ວັນທີ 4 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ,ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.

ໂອກາດນີ້, ສອງຜູ້ນຳ ໄດ້ເນັ້ນໜັກເຖິງການຮ່ວມມືຍຸດ ທະສາດ ແລະ ການຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ໂດຍມີຈຸດສຸມສຳຄັນ ຄື: ສອງຝ່າຍກຽມພ້ອມຈັດກິດຈະກຳສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ ( ຄົບຮອບ 65 ປີ, ວັນສ້າງຕັ້ງການທູດ ແລະ 50 ປີ ການເຊັນສົນທິສັນຍາມິດຕະພາບ ); ເລັ່ງຜັນຂະ ຫຍາຍໂຄງການຂະໜາດໃຫຍ່ ເຊັ່ນ: ທ່າເຮືອຫວຸ່ງອາງ, ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ລາວ- ຫວຽດນາມ ລວມທັງຂົງເຂດພະລັງງານ,ບໍ່ແຮ່ ແລະ ກະສິ ກຳ ເພື່ອໜູນເສດຖະກິດລາວ ໃຫ້ເຂັ້ມແຂງຂຶ້ນ. ທັງສອງຝ່າຍ ຢືນຢັນຄືນຄວາມມຸ່ງໝັ້ນທີ່ຈະສືບຕໍ່ຮັກສາສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.

ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍເລຂາທິການໃຫຍ່ ໂຕເລິມ, ພ້ອມທັງໄດ້ລາຍງານຜົນການເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ ສະຫາຍ ເຈີນ ແທັງ ເໝີ້ນ ພ້ອມຄະນະ ໂດຍພ້ອມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບົດບັນ ທຶກການຮ່ວມມືຂອງສອງສະພາແຫ່ງຊາດ ທີ່ເຊັນກັນກ່ອນນີ້ເກືອບ 5 ປີ, ພ້ອມກັນປຶກສາຫາລືທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການສ້າງກິດຈະກໍາ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລາວ- ຫວຽດນາມ ຄົບຮອບ 65 ປີ, ການພົວພັນການທູດ ແລະ 50 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ- ຫວຽດນາມ ໃນປີ 2027, ຮ່ວມກັນປຶກສາຫາລື ເພື່ອປັບປຸງບາງເນື້ອໃນຂອງບົດບັນທຶກການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ແລະ ສອງຫ້ອງວ່າການສະພາແຫ່ງຊາດ ທີ່ຈະໝົດອາຍຸລົງ ໃນປີ 2027 ທີ່ຈະມາເຖິງ.

ພ້ອມນີ້, ຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໂດຍສັງເຂບ ໂດຍສະເພາະໃນ 9 ເດືອນຕົ້ນປີ 2026, ການເຕີບໂຕເສດຖະກິດ (GDP) ບັນລຸໄດ້ 4,8% ຄາດຄະ ເນທ້າຍປີ 2026 ແມ່ນ 5,1% ສາມາດຮັກສາໄດ້ສະຖຽນລະພາບດ້ານເງິນຕາ, ການປະຕິບັດບັນດາຄາດໝາຍດ້ານວັດທະນະທຳ-ສັງຄົມ,ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ (ມີຄວາມຄືບໜ້າພໍສົມຄວນ); ພວມສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ( 2026-2030 ) ແລະ ພວມສຸມໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2023.


ຕາງໜ້າສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ແລະ ຊາບ ຊຶ້ງໃຈເປັນຢ່າງຍິ່ງ ຕໍ່ການນໍາຂັ້ນສູງຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ແລະ ແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນ ຕໍ່ການຈາກໄປຂອງອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິ ຫານ, ພ້ອມທັງ ສົ່ງຄະນະຜູ້ແທນຂັ້ນສູງຂອງພັກ-ລັດຫວຽດນາມ ມາຮ່ວມໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດລະດັບຊາດຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະ ທານສະພາແຫ່ງຊາດ ແລະ ຖືໂອກາດນີ້, ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ມາຍັງສະຫາຍ ພ້ອມດ້ວຍບັນ ດາສະຫາຍການນໍາພັກ-ລັດ ຂອງ ສສ ຫວຽດນາມ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






