ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 16:21ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ກວດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ຢູ່ບ້ານຊ້າງຄູ້ ກັກຕົວຜູ້ເປົ້າໝາຍ 27 ຄົນ

ໂດຍ Jenjila
· 25 ນາທີ ກ່ອນອ່ານ 1 ນາທີ5 ຄັ້ງ
ເຈົ້າໜ້າທີ່ກວດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ຢູ່ບ້ານຊ້າງຄູ້ ກັກຕົວຜູ້ເປົ້າໝາຍ 27 ຄົນ
ADadvertisement
ADadvertisement
ADadvertisement

ໃນວັນທີ 5 ພະຈິກ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງ ປກສ ໄດ້ເຂົ້າມ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ເຮືອນໃຫ້ເຊົ່າ ໜ່ວຍ 24 ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັກຕົວເປົ້າໝາຍສົງໄວ ໄດ້ 27 ຄົນ, ໃນນີ້ ມີສັນຊາດຈີນ 26 ຄົນ, ສັນຊາດໄທ 1 ຄົນ, ພ້ອມຍຶດເຄື່ອງຂອງກາງປະເພດໂທລະສັບມືຖື ຈໍານວນ 805 ເຄື່ອງ, ຄອມພິວເຕີຕັ້ງໂຕະ 32 ເຄື່ອງ, ຄອມພິວເຕີໂນດບຸກ 3 ເຄື່ອງ.

ເຈົ້າໜ້າທີ່ກວດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ຢູ່ບ້ານຊ້າງຄູ້ ກັກຕົວຜູ້ເປົ້າໝາຍ 27 ຄົນ

ຈາກນັ້ນ ມີຜູ້ຍິງຄົນໜຶ່ງ ມາຕິດຕໍ່ພົວພັນຫາເຈົ້າໜ້າທີ່ເພື່ອຈະຂໍປະກັນເອົາກຸ່ມແກ້ງດັ່ງກ່າວ ເຈົ້າໜ້າທີ່ຈຶ່ງໄດ້ຄວບຄຸມຕົວໄປດຳເນີນການສືບສວນ-ສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວຊື່ ນາງ ພູວຽງ ອາຍຸ 31 ປີ ອາຊີບແປພາສາ ຢູ່ບ້ານສາມະຄີໄຊ ເມືອງແກ້ວອຸດົມ ແຂວງວຽງຈັນ, ປັດຈຸບັນພັກເຊົາຢູ່ບ້ານຫຼັກຫີນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ປັດຈຸບັນເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາພັກພວກ ແລະ ຫົວໂປ່ໂຕການ.

ພາບ-ຂ່າວ: ຄໍາໂຖ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່