ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

2 ກະຊວງຮ່ວມປຶກສາຫາລືປັບປຸງ,ເສັ້ນທາງ 13 ເໜືອແຕ່ເມືອງໂພນໂຮງ ຫາ ເມືອງກາສີ ແຂວງວຽງຈັນ.

ໂດຍ kaling
· 18 ຊົ່ວໂມງ ກ່ອນອ່ານ 3 ນາທີ7 ຄັ້ງ
2 ກະຊວງຮ່ວມປຶກສາຫາລືປັບປຸງ,ເສັ້ນທາງ 13 ເໜືອແຕ່ເມືອງໂພນໂຮງ ຫາ ເມືອງກາສີ ແຂວງວຽງຈັນ.
ADadvertisement
ADadvertisement
ADadvertisement

ໃນວັນທີ 6 ພະຈິກ 2026 ຜ່ານມານີ້, ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຮ່ວມກັນເພື່ອປຶກສາຫາລືວຽກງານຕ່າງໆທີ່ຕິດພັນກັບຂະແໜງໂຍທາທິການ ແລະ ຂົນສົ່ງເປັນຕົ້ນ: ການຈັດ ຕັ້ງປະຕິບັດກອງທຶນທາງ, ກົນໄກການຈັດຕັ້ງປະຕິບັດການປັບປຸງ, ການຍົກລະດັບເສັ້ນທາງ 13 ເໜືອແຕ່ເມືອງໂພນໂຮງ ຫາ ເມືອງກາສີ ແຂວງວຽງຈັນ.

ໂດຍເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ;ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະກົມ, ຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ; ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ, ອົງການກວດກາແຫ່ງລັດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນເຂົ້າຮ່ວມ.

2 ກະຊວງຮ່ວມປຶກສາຫາລືປັບປຸງ,ເສັ້ນທາງ 13 ເໜືອແຕ່ເມືອງໂພນໂຮງ ຫາ ເມືອງກາສີ ແຂວງວຽງຈັນ.

ກອງປະຊຸມດັ່ງກ່າວຖືເປັນວາລະສຳຄັນໃນການໃນການຮ່ວມປຶກສາຫາລືກ່ຽວກັບວຽກງານ ຍທຂ, ພ້ອມທັງໄດ້ຮັບຟັງການລາຍງານໂດຍສັງເຂບຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີກ່ຽວກັບການຈັດສັນງົບປະມານໃນໄລຍະຜ່ານມາ, ການຈັດສັນງົບປະມານບ້ວງກອງທຶນທາງປີ 2027 ແລະ ປີຕໍ່ໆໄປ, ເພື່ອເຮັດໃຫ້ເສັ້ນທາງຫຼວງແຫ່ງຊາດໄດ້ຮັບການສ້ອມແປງ ແລະ ປັບປຸງຍົກລະດັບເປັນທາງປູຢາງ ຫຼື ທາງເບຕົງຢ່າງມີຈຸດສຸມ, ພ້ອມທັງຮັບປະກັນໃຫ້ການສັນຈອນມີຄວາມໂລ່ງລ່ຽນ, ຢືນຍົງ, ເຮັດໃຫ້ການຈັດສັນງົບປະມານມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງຕາມຈຸດປະສົ່ງ, ເປົ້າໝາຍຂອງນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ການຈັດຕັ້ງປະຕິບັດໂຄງການປັບປຸງຍົກລະດັບທາງຫຼວງແຫ່ງຊາດເລກ 13 ເໜືອ, ຮັບຟັງການລາຍງານຜົນການປະຊຸມປຶກສາຫາລືລະຫວ່າງກະຊວງ ຍທຂ ແລະ ຫສນຍ ນໍາຕື່ມອີກ.

ພ້ອມນີ້, ໃນກອງປະຊຸມໄດ້ຮັບຟັງການລາຍງານຈາກກະຊວງ ຍທຂ ກ່ຽວກັບການຈັດຕັ້ງປະຕິບັດເກັບຄ່າຜ່ານທາງຂອງແຕ່ລະສະຖານີໂດຍການນໍາໃຊ້ລະບົບໄມ້ກັ້ນ (ເກັບແບບ Manual) ໃນໄລຍະທີ່ຍັງບໍ່ທັນມີລະບົບເກັບເງິນແບບທັນສະໄໝ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ 9 ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ, ໃນກອງປະຊຸມບັນດາຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຍັງໄດ້ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາເພື່ອຊອກຫາຊ່ອງທາງ ແລະ ມາດຕະການແກ້ໄຂຕ່າງໆ.

ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ທິດຊີ້ນຳຢ່າງເລິກເຊິ່ງຕໍ່ແຕ່ລະໜ້າວຽກ ໂດຍເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຕິດຕາມກົນໄກການຈັດຕັ້ງປະຕິບັດໂຄງການປັບປຸງຍົກລະດັບທາງຫຼວງແຫ່ງຊາດເລກ 13 ເໜືອ, ການຈັດສັນງົບປະມານບ້ວງກອງທຶນທາງ (ສຳລັບປີ 2027 ແລະ ປີຕໍ່ໆໄປ) ໃຫ້ສອດຄ່ອງກັບສະພາບການຕົວຈິງຮັບປະກັນການນໃຊ້ງົບປະມານໃຫ້ເກີດຜົນປະໂຫຍດສູງສຸດ, ລວມທັງມາດຕະການຕ່າງໆຕໍ່ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ 9. ທັງນີ້, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວມີຄວາມເປັນເອກະພາບ, ການຄຸ້ມການຈັດເກັບລາຍຮັບໃຫ້ມີຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ທີ່ມາ: ກະຊວງການເງິນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່