
ສປ ຈີນ ກຽມຈັດກອງປະຊຸມສຸດຍອດຫົວໜ້າຜູ້ບໍລິຫານ ເອເປັກ

ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມສຸດຍອດຫົວໜ້າ ຜູ້ບໍລິຫານ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊິຟິກຫລື APEC ປີ 2026 ຈະຈັດຂຶ້ນຢູ່ນະຄອນ ເຊີ່ນເຈີ້ນຂອງ ສປ ຈີນ ໃນ ລະຫວ່າງ ວັນທີ 17-18 ພະຈິກນີ້. ປັດຈຸບັນ, ເຫລືອເວລາ ອີກບໍ່ຮອດໜຶ່ງອາທິດ, ການກະກຽມ ວຽກງານຕ່າງໆ ໄດ້ເຂົ້າສູ່ໄລຍະນັບຖອຍຫລັງແລ້ວ. ຕາມຂໍ້ມູນ ຈາກສະພາສົ່ງເສີມການຄ້າສາກົນຈີນເຊິ່ງເປັນເຈົ້າພາບ ຈັດກອງປະຊຸມຄັ້ງນີ້ ໃຫ້ຮູ້ວ່າ:ບຸກຄົນໃນວົງການຕ່າງໆທີ່ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄາດວ່າ ຈະມີຫລາຍກວ່າ 2.000 ຄົນ. ໂດຍຈະມີຜູ້ຕາງໜ້າ ວິສາຫະກິດຈາກ 21 ເຂດເສດຖະກິດ ສະມາຊິກຂອງ APEC ເຂົ້າຮ່ວມ. ນອກຈາກນີ້, ວິສາຫະກິດ ຈາກຫລາຍປະເທດ ນອກພາກພື້ນ ເຊັ່ນ: ອັງກິດ, ຝຣັ່ງ ແລະ ເຢຍລະມັນເປັນຕົ້ນ ໄດ້ສະເໜີຕົວເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ ຢ່າງຫ້າວຫັນ. ປັດຈຸບັນ, ບໍລິສັດທີ່ຈັດຢູ່ໃນ 500 ບໍລິສັດ ທີ່ເຂັ້ມແຂງຂອງໂລກ ເຊັ່ນ: Google, Boeing, UBS (ທະນາຄານສະວີສ), ກຸ່ມ CP ແລະ ອື່ນໆ ລວມທັງວິສາຫະກິດທີ່ມີຊື່ສຽງ ຫລາຍແຫ່ງລ້ວນແຕ່ໄດ້ຍື່ນ ໃບສະໝັກເຂົ້າຮ່ວມ ກອງປະຊຸມແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






