
ລະບຽບວ່າດ້ວຍການປົກປ້ອງ ຄວາມຮູ້ດັ້ງເດີມ ດ້ານການແພດ ພື້ນເມືອງຈີນ

ວິທະຍຸ ໂທລະພາບສູນກາງຈີນ, “ລະບຽບວ່າດ້ວຍ ການປົກປ້ອງ ຄວາມຮູ້ດັ້ງເດີມ ດ້ານການແພດພື້ນເມືອງຈີນ” ໄດ້ຖືກປະກາດແລ້ວ ແລະ ຈະເລີ່ມມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ມັງກອນ 2027 ເປັນຕົ້ນໄປ.ນີ້ແມ່ນລະບຽບ ທາງດ້ານການບໍລິຫານ ສະບັບທຳອິດ ຂອງ ສປ ຈີນ ກ່ຽວກັບການປົກປ້ອງຄວາມຮູ້ດັ້ງເດີມ ດ້ານການແພດພື້ນເມືອງຈີນ. ສຳລັບ ຄວາມຮູ້ດັ້ງເດີມ ດ້ານການແພດພື້ນເມືອງຈີນແມ່ນຄັງສົມບັດທາງດ້ານ ການແພດທີ່ປະຊາຊາດຈີນ ຫລາຍຮຸ່ນຄົນ ສະສົມ, ສືບທອດແລະ ພັດທະນາ ຂຶ້ນເລື້ອຍໆ, ເຊິ່ງກວມເອົາ ເນື້ອໃນອັນອຸດົມສົມບູນ ເຊັ່ນ:ທິດສະດີ,ເຕັກນິກ, ວິທີການໃຊ້, ໃບສັ່ງ, ຢາດັ້ງເດີມທີ່ມີຊື່ສຽງ ແລະອື່ນໆໃນດ້ານການແພດພື້ນເມືອງຈີນ. ລະບຽບສະບັບນີ້ ກຳນົດຢ່າງຈະແຈ້ງວ່າ ຈະດຳເນີນ ການຮຽບຮຽງ ແລະຄັດເລືອກປຶ້ມ ແລະ ເອກະສານ ບູຮານດ້ານການແພດພື້ນເມືອງຈີນ, ດຳເນີນການສຳຫລວດ ຄວາມຮູ້ດັ້ງເດີມ ດ້ານການແພດພື້ນເມືອງຈີນ, ພ້ອມທັງ ສ້າງຖານຂໍ້ມູນ ແລະບັນຊີລາຍຊື່ກ່ຽວກັບ ການປົກປ້ອງຄວາມຮູ້ດັ້ງເດີມ ດ້ານການແພດພື້ນເມືອງຈີນ.ການປະກາດໃຊ້ ລະບຽບສະບັບນີ້ຈະສະໜອງ ການຮັບປະກັນ ທາງດ້ານການປົກຄອງ ຕາມກົດໝາຍທີ່ແຂງແກ່ນໃຫ້ແກ່ການສືບທອດ, ການປະດິດຄິດສ້າງໃໝ່ ແລະ ການພັດ ທະນາ ການແພດພື້ນເມືອງຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






