
ເກີດເຫດບໍ່ຄາດຄິດ! ອາຄານ 3 ຊັ້ນແຫ່ງໜຶ່ງໃນນະຄອນນິວຢອກໄດ້ພັງຖະຫຼົ່ມລົງ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ ແລະ ຜູ້ບາດເຈັບ 17 ຄົນ.

ຕາມລາຍງານຂອງສຳນັກຂ່າວ Associated Press (AP) ແລະຂໍ້ມູນຈາກເຈົ້າໜ້າທີ່ ລະບຸວ່າ ເຫດອາຄານອະເນກປະສົງ 3 ຊັ້ນພັງຖະຫຼົ່ມໃນເຂດບຣຸກລິນ (Brooklyn) ນະຄອນນິວຢອກ ເມື່ອເວລາ 16:00 ໂມງ ຂອງວັນທີ 11 ພະຈິກ 2026 ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະມີຜູ້ບາດເຈັບ 17 ຄົນ ໃນນັ້ນ 4 ຄົນມີອາການສາຫັດ ເຊິ່ງເວລາດັ່ງກ່າວກົງກັບ 04:00 ໂມງ ຂອງວັນທີ 12 ພະຈິກ ຕາມເວລາລາວ.

ນັກດັບເພີງເລັ່ງຄົ້ນຫາຜູ້ລອດຊີວິດ ຫຼັງອາຄານ 3 ຊັ້ນໃນນິວຢອກພັງຖະຫຼົ່ມ ເສຍຊີວິດ 2 ຄົນ ບາດເຈັບ 17 ຄົນ (ພາບຈາກ: AP)
ເຈົ້າໜ້າທີ່ກູ້ໄພແລະນັກດັບເພີງລະດົມກຳລັງຄົ້ນຫາຜູ້ປະສົບໄພທີ່ອາດຍັງຕິດຄ້າງຢູ່ໃຕ້ຊາກອາຄານ 3 ຊັ້ນ ໃນເຂດບຣຸກລິນ (Brooklyn) ນະຄອນນິວຢອກ ສະຫະລັດຯ ຫຼັງອາຄານດັ່ງກ່າວພັງຖະຫຼົ່ມລົງໃກ້ກັບພື້ນທີ່ກໍ່ສ້າງ ໃນຕອນບ່າຍວັນພຸດ ວັນທີ 11 ພະຈິກ 2026 ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະບາດເຈັບອີກ 17 ຄົນ.
ຫຼັງເກີດເຫດ ນັກດັບເພີງແລະຕຳຫຼວດຫຼາຍສິບຄົນໄດ້ເຂົ້າປະຕິບັດການຄົ້ນຫາຢ່າງເຕັມກຳລັງ ໂດຍນຳໃຊ້ຈອບແລະເລື່ອຍໄຟຟ້າ ເພື່ອເປີດທາງຜ່ານຊາກອາຄານ ແລະຊ່ວຍນຳຜູ້ປະສົບໄພທີ່ຖືກເສດໄມ້ແລະດິນຈີ່ທັບຖົມອອກມາ. ການຄົ້ນຫາດຳເນີນໄປຫຼາຍຊົ່ວໂມງ ທ່າມກາງຊາກອາຄານທີ່ພັງກອງທັບຖົມກັນ.
ລາຍງານລະບຸວ່າ ມີຜູ້ບາດເຈັບຢ່າງໜ້ອຍ 17 ຄົນຖືກນຳສົ່ງໂຮງໝໍ ໃນນັ້ນມີ 4 ຄົນຢູ່ໃນອາການສາຫັດ. ຂະນະທີ່ກົມດັບເພີງນະຄອນນິວຢອກ (FDNY) ລະບຸວ່າ ຈະສືບຕໍ່ການຄົ້ນຫາແລະກູ້ໄພໄປຈົນເຖິງຕອນກາງຄືນ ເນື່ອງຈາກຍັງບໍ່ສາມາດຢືນຢັນໄດ້ວ່າມີຜູ້ຄົນຕິດຄ້າງຢູ່ໃຕ້ຊາກອາຄານອີກຫຼືບໍ່.
ທ່ານ ໂຊຣານ ມຳດານີ (Zohran Mamdani) ນາຍົກເທດສະມົນຕີນະຄອນນິວຢອກ ກ່າວວ່າ ສະຖານະການໃນຈຸດເກີດເຫດມີຄວາມສັບສົນແລະທ້າທາຍຢ່າງຫຼາຍ ເນື່ອງຈາກຊາກອາຄານບາງສ່ວນຍັງບໍ່ໝັ້ນຄົງ ແລະມີຊ່ອງວ່າງທີ່ອາດເປັນອັນຕະລາຍຢູ່ພາຍໃຕ້ຊາກຫັກພັງ. ທ່ານລະບຸວ່າ ການກູ້ໄພລັກສະນະນີ້ເປັນວຽກງານທີ່ FDNY ໄດ້ຝຶກຊ້ອມແລະກຽມພ້ອມມາໂດຍສະເພາະ.
ດ້ານສາເຫດຂອງອາຄານພັງຖະຫຼົ່ມ ທາງການຍັງຢູ່ໃນຂັ້ນຕອນການສືບສວນ. ທ່ານ ອາເໝັດ ຕິການີ (Ahmed Tigani) ກຳມະການກົມຄວບຄຸມອາຄານນະຄອນນິວຢອກ ເປີດເຜີຍວ່າ ໃນຂະນະທີ່ອາຄານພັງລົງ ມີຄົນງານກໍ່ສ້າງກຳລັງຂຸດດິນຢູ່ໃນດິນຕອນຫວ່າງທີ່ຢູ່ຕິດກັນ ເພື່ອກະກຽມກໍ່ສ້າງອາຄານຫຼັງໃໝ່.
ສຳລັບອາຄານທີ່ພັງຖະຫຼົ່ມເປັນອາຄານອະເນກປະສົງ ມີຫ້ອງພັກອາພາດເມັນຢູ່ຊັ້ນເທິງ ແລະຮ້ານຄ້າຢູ່ຊັ້ນລຸ່ມ ໂດຍຊາກອາຄານສ່ວນໃຫຍ່ໄດ້ພັງລົງໄປກອງຢູ່ພາຍໃນຂຸມກໍ່ສ້າງທີ່ຢູ່ຕິດກັນ. ສ່ວນອາຄານຂ້າງຄຽງທີ່ມີຝາຮ່ວມກັນຍັງຄົງຕັ້ງຢູ່ໄດ້ ແຕ່ຝາດ້ານທີ່ຕິດກັບອາຄານທີ່ພັງໄດ້ເສຍຫາຍຈົນເປີດໃຫ້ເຫັນພາຍໃນຫ້ອງ ລວມທັງຫ້ອງນອນແລະຕູ້ເສື້ອຜ້າ.
ໃນເວລາປະມານ 18:30 ໂມງ ຕາມໂມງທ້ອງຖິ່ນ ນັກດັບເພີງສາມາດຊ່ວຍແມ່ຍິງຄົນໜຶ່ງອອກມາຈາກຊ່ອງວ່າງທີ່ຂຸດຜ່ານກອງຊາກອາຄານ ໂດຍນາງຍັງມີຊີວິດແລະສາມາດເຄື່ອນໄຫວໄດ້. ຈາກນັ້ນ ເຈົ້າໜ້າທີ່ໄດ້ນຳນາງຂຶ້ນເປວ ແລະຮີບນຳສົ່ງໄປຍັງລົດສຸກເສີນທີ່ລໍຖ້າຢູ່.
ຕໍ່ມາ ເຈົ້າໜ້າທີ່ຍັງສາມາດຊ່ວຍຜູ້ປະສົບໄພຄົນອື່ນໆອອກຈາກໃຕ້ຊາກອາຄານໄດ້ອີກ. ທາງການລະບຸວ່າ ໃນຈຳນວນຜູ້ປະສົບໄພມີເດັກນ້ອຍ 7 ຄົນ ແຕ່ຍັງບໍ່ໄດ້ລະບຸວ່າມີເດັກນ້ອຍຢູ່ໃນກຸ່ມຜູ້ເສຍຊີວິດຫຼືບໍ່.
ໃນການຄົ້ນຫາ ທີມກູ້ໄພໄດ້ນຳໃຊ້ໂດຣນເພື່ອສຳຫຼວດພື້ນທີ່ຈາກທາງອາກາດ ພ້ອມທັງໃຊ້ສຸນັກກູ້ໄພຊ່ວຍດົມກິ່ນຄົ້ນຫາຜູ້ລອດຊີວິດ. ເມື່ອຟ້າມືດລົງ ນັກດັບເພີງຕ້ອງໃຊ້ໄຟສາຍສ່ອງສະຫວ່າງໃນການປະຕິບັດງານ.
ທ່ານ ລິລຽນ ບອນຊິນຍໍ (Lillian Bonsignore) ຫົວໜ້າກົມດັບເພີງນະຄອນນິວຢອກ ກ່າວວ່າ ການກູ້ໄພຄັ້ງນີ້ເປັນວຽກງານທີ່ສ່ຽງອັນຕະລາຍສູງ ແລະທຸກຂັ້ນຕອນຕ້ອງມີການວາງແຜນປະສານງານກັນຢ່າງລະອຽດ. ຂະນະທີ່ທາງການລະບຸວ່າ ມີນັກດັບເພີງ 1 ຄົນໄດ້ຮັບບາດເຈັບເລັກນ້ອຍຈາກເຫດການນີ້.
ດ້ານທ່ານ ແອນເດີສັນ ເວເລຊ (Anderson Velez) ຜູ້ອາໄສຢູ່ໃນອາຄານທີ່ພັງຖະຫຼົ່ມ ໃຫ້ສຳພາດກັບໜັງສືພິມ New York Post ວ່າ ໃນຂະນະທີ່ລາວກຳລັງເຮັດວຽກ ພັນລະຍາໄດ້ໂທມາແຈ້ງວ່າ ນາງແລະລູກສອງຄົນ ອາຍຸ 7 ປີ ແລະ 2 ປີ ຕິດຢູ່ໃຕ້ຊາກອາຄານ.
ລາວເລົ່າວ່າ ພັນລະຍາໄດ້ໂທຫາລາວໃນຂະນະທີ່ອາຄານກຳລັງພັງຖະຫຼົ່ມ ໂດຍຕອນນັ້ນນາງຢູ່ພາຍໃນອາຄານ ແລະມີຊາກຫັກພັງທັບຢູ່ເທິງຕົວ. ນາງໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ພ້ອມທັງຮ້ອງບອກໃຫ້ຄົນຊ່ວຍນຳລູກຊາຍອອກມາ ກ່ອນທີ່ສາຍໂທຈະຖືກຕັດຂາດ.
ແນວໃດກໍຕາມ ຕໍ່ມາທ່ານ ເວເລຊ ໄດ້ຮັບຂ່າວດີວ່າ ພັນລະຍາແລະລູກທັງສອງຄົນຂອງລາວ ສາມາດລອດຊີວິດແລະໄດ້ຮັບການຊ່ວຍເຫຼືອອອກມາຈາກຊາກອາຄານແລ້ວ.
ທີ່ມາ: Associated Press (AP)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






